ຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ເຮັດວຽກຢູ່ແຂວງນິງຖ້ວນ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍໄດ້ເປັນປະທານກອງປະຊຸມພິຈາລະນາກົນໄກໜູນຊ່ວຍການ ລົງທຶນກໍ່ສ້າງພື້ນຖານໂຄງລ່າງແຂວງນິງຖ້ວນ (ພາບ: baodientuchinhphu) |
(vovworld)- ຕອນເຊົ້າວັນທີ 9/3, ຢູ່ແຂວງນິງຖ້ວນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍໄດ້ເປັນປະທານກອງປະຊຸມພິຈາລະນາກົນໄກໜູນຊ່ວຍການລົງທຶນກໍ່ສ້າງພື້ນຖານໂຄງລ່າງແຂວງນິງຖ້ວນ ແນໃສ່ປະກອບສ່ວນພັດທະນາເສດຖະກິດ - ສັງຄົມ, ສ້າງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຮັບຜົນສະທ້ອນຈາກການກໍ່ສ້າງໂຮງງານໄຟຟ້ານິວເຄຼຍ. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຮ່ວາງຈຸງຫາຍ ໄດ້ຊີ້ນຳບັນດາອົງການສຳນັກງານສືບຕໍ່ສ້າງແຜນຮ່າງກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນໃຫ້ສົມບູນແບບເພື່ອຍືນສະເໜີຂັ້ນເທິ່ງພິຈາລະນາ, ຕັດສິນ. ໃນນັ້ນ, ແຜນຮ່າງກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນຕ້ອງເຮັດແຈ້ງກ່ຽວກັບບັນດາຜົນກະທົບ, ຈຸດໃໝ່ເມື່ອຜັນຂະຫຍາຍການກໍ່ສ້າງໂຮງງານໄຟຟ້ານິວເຄຼຍນິງຖ້ວນຕາມແຕ່ລະໄລຍະການກໍ່ສ້າງ.