ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບປະທານກຸ່ມບໍລິສັດ Jardines Matheson

(VOVWORLD) - ໄປຄຽງຄູ່ກັນນັ້ນ, ກຸ່ມບໍລິສັດ Jardines Matheson ອາດຈະເປີດກ້ວາງການເຂົ້າຮ່ວມໃນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຕ້ອນຮັບປະທານກຸ່ມບໍລິສັດ Jardines Matheson - ảnh 1ທ່ານ Henry Keswich ແລະ ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ

ຕອນບ່າຍວັນທີ 12 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ຕ້ອນຮັບທ່ານ Henry Keswich, ປະທານກຸ່ມບໍລິສັດ Jardines Matheson. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ສະເໜີໃຫ້ກຸ່ມບໍລິສັດ Jardines Matheson ເອົາໃຈໃສ່ໃນການລົງທຶນ, ພັດທະນາບັນດາຂົງເຂດໃນປະຈຸບັນຄື: ບັນດາຜະລິດຕະພັນນ້ຳນົມ, ລົດໂອໂຕ, ອຸປະກອນເຄື່ອງກົນຈັກ, ການກໍ່ສ້າງ… ໄປຄຽງຄູ່ກັນນັ້ນ, ກຸ່ມບໍລິສັດ Jardines Matheson ອາດຈະເປີດກ້ວາງການເຂົ້າຮ່ວມໃນການສ້າງໂຄງປະກອບລັດວິສາຫະກິດຄືນໃໝ່ ແລະ ບັນດາອົງການສິນເຊື່ອຢູ່ ຫວຽດນາມ - ນັ້ນແມ່ນ 2 ໃນຈຳນວນ 5 ຈຸດສຸມໃນການສ້າງໂຄງປະກອບພື້ນຖານເສດຖະກິດຂອງລັດຖະບານ. ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ເນັ້ນໜັກວ່າ: ລັດຖະບານ ຫວຽດນາມ ຈະຮັບປະກັນເສດຖະກິດມະຫາພາກເປັນປົກກະຕິ, ສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດທີ່ສະດວກ… ເພື່ອໜູນຊ່ວຍປະຊາຄົມວິສາຫະກິດ.

        ສ່ວນທ່ານ Henry Keswich ຖືວ່າ: ດ້ວຍບັນດານະໂຍບາຍຂອງ ລັດຖະບານ ຫວຽດນາມ, ກຸ່ມບໍລິສັດ Jardines Matheson ຈະມີຄວາມເຊື່ອໝັ້ນກ່ວາເມື່ອເພີ່ມທະວີການລົງທຶນຢູ່ ຫວຽດນາມ, ພ້ອມທັງປາດຖະໜາຢາກຊ່ວຍເຫຼືອ ຫວຽດນາມ ພັດທະນາຕະຫຼາດທຶນຮອນໃຫ້ເຂັ້ມແຂງດ້ວຍບັນດາການບໍລິການທີ່ມີຄຸນນະພາບສູງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ