ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ມອບຂໍ້ຕົກລົງ ແລະ ໃບຮັບຮອງເມືອງຊົນນະບົດໃໝ່ຢູ່ ນາມດິ້ງ

(VOVWORLD) - ເຫງັຍຮືງ, ຈຶກນີງ, ຊວນເຈື່ອງ ແລະ ຢາວຖູຍ ບັນລຸມາດຖານຊົນນະບົດໃໝ່ປີ 2017
ຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ມອບຂໍ້ຕົກລົງ ແລະ ໃບຮັບຮອງເມືອງຊົນນະບົດໃໝ່ຢູ່ ນາມດິ້ງ - ảnh 1 ພິທີມອບໃບຮັບຮອງເມືອງຊົນນະບົດໃໝ່ຢູ່ ນາມດິ້ງ

ຕອນເຊົ້າວັນທີ 21 ເມສາ, ຢູ່ແຂວງ ນາມດິ້ງ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ໄດ້ມອບຂໍ້ຕົກລົງ ແລະ ໃບຮັບຮອງເມືອງຊົນນະບົດໃໝ່ໃຫ້ 4 ເມືອງ ນັ້ນແມ່ນ: ເຫງັຍຮືງ, ຈຶກນີງ, ຊວນເຈື່ອງ ແລະ ຢາວຖູຍ ບັນລຸມາດຖານຊົນນະບົດໃໝ່ປີ 2017. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ຖືວ່າ:

        “ສ້າງວິຖີຊີວິດ ຍົກສູງຊີວິການເປັນຢູ່ ແລະ ລາຍຮັບຂອງປະຊາຊົນ ແມ່ນພື້ນຖານຂອງຊົນນະບົດໃໝ່. ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນ, ແຂວງ ນາມດິງ ໃນເມື່ອກ່ອນ ແລະ ພາຍຫຼັງການສ້າງຊົນນະບົດໃໝ່, ລາຍຮັບ ແລະ ຊີວິດການເປັນຢູ່ຂອງຊາວກະສິກອນເພີ່ມຂຶ້ນທົບ 3 ເທົ່າ. ນີ້ແມ່ນຜົນງານເປັນໜ້າປະທັບໃຈພໍສົມຄວນ ແລະ ການກໍ່ສ້າງຊົນນະບົດໃໝ່ ແນ່ນອນວ່າຕິດພັນກັບການສ້າງໂຄງປະກອບກະສິກຳຄືນໃໝ່, ພັດທະນາເສດຖະກິດຊົນນະບົດ. ສ້າງໂຄງປະກອບພື້ນຖານເສດຖະກິດກະສິກຳຄືນໃໝ່ຕ້ອງກ້າວເຂົ້າສູ່ການຈັດຕັ້ງການຜະລິດ, ຮູບແບບເສດຖະກິດສະຫະກອນແບບໃໝ່ ແລະ ໝູນໃຊ້ວິທະຍາສາດ ເຕັກນິກໃນການພັດທະນາເສດຖະກິດ ກະສິກຳ ແລະ ຊົນນະບົດ.”

ຕອບກັບ

ຂ່າວ/ບົດ​ອື່ນ