ຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ລົງເຮັດວຽກຢູ່ແຂວງກວາງນິງ

(VOVWORLD) -ວັນທີ 25 ສິງຫາ, ຢູ່ແຂວງກວາງນິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ໄດ້ເຮັດວຽກກັບການນຳແຂວງກວາງນິງກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ
ຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ລົງເຮັດວຽກຢູ່ແຂວງກວາງນິງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ລົງເຮັດວຽກຢູ່ແຂວງກວາງນິງ 

ວັນທີ 25 ສິງຫາ, ຢູ່ແຂວງກວາງນິງ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ໄດ້ເຮັດວຽກກັບການນຳແຂວງກວາງນິງກ່ຽວກັບສະພາບການປະຕິບັດໜ້າທີ່ພັດທະນາເສດຖະກິດ-ສັງຄົມ. ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວໄດ້ຕີລາຄາສູງບັນດາໝາກຜົນໃນການພັດທະນາເສດຖະກິດ-ສັງຄົມຢູ່ແຂວງໃນ 7 ເດືອນຕົ້ນປີ, ພິເສດແມ່ນໃນການສ້າງລາຍຮັບເຂົ້າງົບປະມານ. ເພື່ອປະຕິບັດໜ້າທີ່ໃນຊຸມເດືອນທ້າຍປີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫ້ວ ສະເໜີແຂວງຈົ່ງເພີ່ມທະວີການນຳໃຊ້ວິທະຍາສາດເຕັກໂນໂລສູງໃນບັນດາຂົງເຂດ, ຂະແໜງການທີ່ມີທ່າແຮງເຊັ່ນ ເສດຖະກິດທະເລ, ການທ່ອງທ່ຽວ….

ຕອບກັບ

ຂ່າວ/ບົດ​ອື່ນ