(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານລັດຖະມົນຕີການຕ່າງປະເທດສ.ເກົາຫຼີ Kang Kyung wha, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການຢ້ຽມຢາມສ.ເກົາຫຼີ ຢ່າງເປັນທາງການ ໃນລະຫວ່າງວັນທີ 19 – 21 ທັນວາ.
(ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານສະມາຄົມມິດຕະພາບສ.ເກົາຫຼີ - ຫວຽດນາມ Choi Young joo) |
ໃນຂອບເຂດການຢ້ຽມຢາມ, ວັນທີ 20 ທັນວາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການພົບປະກັບທ່ານປະທານສະມາຄົມມິດຕະພາບສ.ເກົາຫຼີ - ຫວຽດນາມ Choi Young joo. ທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ສະມາຄົມສືບຕໍ່ເອົາໃຈໃສ່, ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງຄື: ຈັດຕັ້ງບັນດາຄະນະຜູ້ແທນມາຫວຽດນາມ ເພື່ອພົບປະແລກປ່ຽນ, ສຳຫຼວດ, ເປີດກວ້າງການຮ່ວມມື, ໜູນຊ່ວຍການໂຄສະນາ, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການທ່ອງທ່ຽວ…
ທີ່ການຕ້ອນຮັບຫົວໜ້າສະຖານກົງສູງໃຫຍ່ກິຕິມະສັກຫວຽດນາມ 2 ຄົນຢູ່ເຂດ Busan – Lyeongnam ແລະ ເຂດ Gwangju – Cheonam, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ປາດຖະໜາວ່າ, ໃນໄລຍະຈະມາເຖິງ, ບັນດາຫົວໜ້າກົງສູນໃຫຍ່ ຈະສືບຕໍ່ສົມທົບກັບສະຖານທູດຫວຽດນາມ ປະຈຳສ.ເກົາຫຼີ ຢ່າງແໜ້ນແຟ້ນ ເພື່ອຕັ້ງໜ້າຜັນຂະຫຍາຍການເຄື່ອນໄຫວແທດຈິງຫຼາຍຢ່າງກວ່າອີກ.
ໃນການຢ້ຽມຢາມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຍັງໄດ້ມີການພົບປະກັບທ່ານອະດີດເລຂາທິການໃຫຍ່ສະຫະປະຊາຊາດ Ban Ki moon; ມອບໃບຍ້ອງຍໍໃຫ້ປະທານສະພາປະຊາຊົນເມືອງ Jongno, ນະຄອນເຊີອຸ່ນ; ຢ້ຽມຢຽມພະນັກງານ, ພາລະກອນສະຖານທູດຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ສ.ເກົາຫຼີ.