ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳການຕ້ານໄພແຫ້ງແລ້ງຢູ່ແຂວງນິງທ້ວນ

ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກຊີ້ນຳການຕ້ານໄພແຫ້ງແລ້ງຢູ່ແຂວງນິງທ້ວນ - ảnh 1
ຮອງນາຍົກລັດຖະມົນຕີຫງວຽນຊວນຟຸກ
ຊີ້ນຳການຕ້ານໄພແຫ້ງແລ້ງຢູ່ແຂວງນິງທ້ວນ
(ພາບ: tuoitre)


(vovworld) –​ ​​​ຕອນ​ເຊົ້າ​ວັ​ນ​ທີ 22/02, ທ່ານ​ຮອງ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ໄປ​ກວດ​ກາ ແລະ ຊີ້​ນຳ​ວຽກ​ງານ​ຕ້ານ​​ໄພ​ແຫ້ງ​​ແລ້ງຢ​ູ່​ແຂວງ​ນິງ​ທ້ວນ. ຢູ່​ທີ່ນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟ​ຸກ ຮ​ຽກ​ຮ້ອງບໍ່​ປະ​ໃຫ້​ປະ​ຊ​າ​ຊົນ​ຂາດ​ແຄນ​ເຂົ້າ​ສານ, ນ້ຳ​ດື່ມ. ແຂວງ​ສາ​ມາດ​ຫັນ​ປ່ຽນ​ຜົນ​ລະ​ປູກ ແລະ ສັດ​ລ້ຽງ​ໃຫ້​້​ເໝາະ​ສົມ​ກັບ​​ໄພ​ແຫ້ງ​​ແລ້ງ, ບໍ່​ປະ​ໃຫ້​ເກີດ​ພະ​ຍາດ, ໄຟ​ໄ​ໝ້ປ່າ.

      ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸ​ກ ກໍ່​ລົງ​ຢ້ຽມ​ຢາມ​ກິດ​ຈະ​ກຳ​ກໍ່​ສ້າງ​ໂຄງ​ການ​ລະ​ບົບ​ຊົນ​ລະ​ປະ​ທານ ເຕີນມິ້, ຢູ່​ເມືອງ​ນິງ​ເຊ​ີນ. ການ​ນຳ​ຫົວ​ໜ່ວຍ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ກັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ວ່າ ຈະ​ຍູ້​ແຮງ​ລະ​ດັບ​ຄວາມ​ຄືບ​ໜ້າ, ປະ​ຕິ​ບັດ​ສຳ​ເລັດ​ການກໍ່​ສ້າງ​ກ່ອນ​ເດືອນ 06/2016 ເພື່​ອ​ຮັບ​ໃຊ້​ການ​ຫົດ​ນຳ​້​ໃຫ້​ເຂດ​​ຖືກແຫ້ງ​ແລ້ງ ເຈົາ​ມໍ, ຢູ່​ເມືອງ​ນິງ​ເຊີນ.

ຂ່າວ/ບົດ​ອື່ນ