ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມສະພາລະດັບຊາດກ່ຽວກັບການພັດທະນາແບບຍືນຍົງ

(VOVWORLD) -ວັນທີ 12 ມິຖຸນາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ໄດ້ເປັນປະທານກອງປະຊຸມກັບບັນດາສະມາຊິກສະພາລະດັບຊາດກ່ຽວກັບການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງແກ່ງແຍ້ງ.

ຮອງນາຍົກລັດຖະມົນຕີຫວູດຶກດາມເປັນປະທານກອງປະຊຸມສະພາລະດັບຊາດກ່ຽວກັບການພັດທະນາແບບຍືນຍົງ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ

(ພາບ: VGP)

ທີ່ກອງປະຊຸມ, ບັນດາສະມາຊິກຂອງສະພາໄດ້ຖືວ່າ ການພັດທະນາແບບຍືນຍົງພຽງບັນລຸໄດ້ຖ້າຫາກມີການເຕີບໂຕໄວ ແຕ່ຕ້ອງຮັບປະກັນສິ່ງແວດລ້ອມ, ແກ້ໄຂບັນດາບັນຫາສັງຄົມໃຫ້ເປັນຢ່າງດີ.

      ເນັ້ນໜັກເຖິງເລື່ອງກ່ຽວຂ້ອງຢ່າງສະໜິດແໜ້ນລະຫວ່າງການພັດທະນາແບບຍືນຍົງ ແລະ ຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ຖືວ່າ, ແຕ່ນີ້ຮອດທ້າຍປີ, ສະພາຄວນສະເໜີຕໍ່ລັດຖະບານປະຕິບັດມະຕິກ່ຽວກັບການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ຍົກສູງກຳລັງຄວາມສາມາດແກ່ງແຍ້ງຢ່າງເຂັ້ມງວດກວ່າ. ກ່ຽວກັບການພັດທະນາແບບຍືນຍົງ, ທ່ານຮອງນາຍົກລັດຖະມົນຕີ ໄດ້ເຫັນດີຕໍ່ຄຳເຫັນຂອງບັນດາສະມາຊິກ ແລະ ຖືວ່າ, ເຖິງວ່າຫວຽດນາມ ໄດ້ມີລາຍການ, ແຜນການກະທຳລະອຽດຫຼາຍຢ່າງ ເພື່ອນເຫັນບັນດາມາດຖານພັດທະນາແບບຍືນຍົງຂອງສະຫະປະຊາຊາດເປັນລະອຽດ, ແຕ່ກໍ່ຄວນສ້າງປະມວນມາດຖານຢ່າງຈະແຈ້ງ, ສາມາດວັດແທກໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ