ຮອງນາຍົກລັດຖະມົນຕີຫວູວັນນີງຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີນະຄອນເກີນເທີ

ຮອງນາຍົກລັດຖະມົນຕີຫວູວັນນີງຕ້ອນຮັບຄະນະຜູ້ແທນມີຄຸນງາມຄວາມດີນະຄອນເກີນເທີ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ທີ່​ມີ
​ຄຸ​ນ​ງາມ​ຄວາມ​ດີ​ນະ​ຄອນ ເກີນ​ເທີ
(ພາບ: Văn Hiếu)

(vovworld) – ຕອນ​ບ່າຍ​ວັນ​ທີ 6/7, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ທີ່​ມີ​ຄຸ​ນ​ງາມ​ຄວາມ​ດີ​ນະ​ຄອນ ເກີນ​ເທີ ​ເຊິ່ງແມ່ນ​ບັນ​ດາ​ແມ່ ຫວຽດ​ນາມ ວິ​ລະ​ຊົນ, ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ທະ​ຫານ​ເຈັບ​ປວຍ, ຜູ້​ຖືກ​ສັດ​ຕູ​ກັກ​ຂັງ, ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ມາ​ຢ້ຽມ​ຢາມ ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ເຂົ້າ​ສຸ​ສານ​ອາ​ໄລ​ຫາ​ປະ​ທານ ໂຮ່​ຈີ​ມິນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ເນັ້ນ​ໜັກ​ວ່າ: ພັກ, ລັດ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່, ບຸ​ລິ​ມະ​ສິດ​ປະ​ກາດ​ໃຊ້​ນະ​ໂຍ​ບາຍ​ເພື່ອ​ຍົກ​ສູງ​ລະ​ດັບ​ຄອ​ງ​ຊີບ​ຂອງ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ ປາດ​ຖະ​ໜາ​ວ່າ: ຜູ້​ມີ​ຄຸນ​ງາ​ມ​ຄວາມ​ດີ​ນະ​ຄອນ ເກີນ​ເທີ ສ​ືບ​ຕໍ່​ແມ່ນ​ແບບ​ຢ່າ​ງ​ທີ່​​ດີ, ສຶກ​ສາ​ລູກຫຼານ​​ອອກ​ແຮງຮ່ຳ​ຮຽນ​, ເສີມ​ຂະ​ຫຍາຍ​ມູນ​ເຊື້ອ​ຂອງ​ລຸ້ນ​ພໍ່​ລ​ຸ້ນ​ອ້າຍ​ເພື່ອ​ສ້າງ​ສາ​ປະ​ເທດ​ຊາດ​ໃຫ້​ນັບ​ມື້​ນັບ​ຮັ່ງ​ມີ, ເຂັ້ມ​ແຂງ​ກ່​ວາອີກ.


ຂ່າວ/ບົດ​ອື່ນ