ຮອງນາຍົກລັດຖະມົນຕີຫວູວັນນິງເຂົ້າຮ່ວມພິທີປະກາດ“ເມືອງຊົນນະບົດໃໝ່”,ເມືອງອຽນລາກ,ແຂວງວິ້ງຟຸກ
ເມືອງອຽນລາກ, ແຂວງວິ້ງຟຸກຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຄັ້ງທີ 2
(ພາບ: vinhphuc)
(vovworld) – ຕອນຄ່ຳວັນທີ 31/12, ຢູ່ເມືອງອຽນລາກ, ແຂວງວິ້ງຟຸກ ໄດ້ດຳເນີນພິທີສະເຫຼີມສະຫຼອງ 20 ປີແຫ່ງວັນສ້າງເມືອງຄືນໃໝ່ (01/01/1996 – 01/01/2016), ຕ້ອນຮັບຫຼຽນໄຊແຮງງານຊັ້ນໜຶ່ງ ຄັ້ງທີ 2, ຮັບຮູ້ເມືອງບັນລຸມາດຖານຊົນນະບົດໃໝ່ ແລະ ຮັບທຸງແຂ່ງຂັນຂອງລັດຖະບານ. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ຫວູວັນນິງ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງແຂວງ ວິ້ງຟຸກ ແລະ ເມືອງອຽນລາກ ຕ້ອງເອົາໃຈໃສ່ປ່ຽນໃໝ່ຮູບແບບການເຕີບໂຕເສດຖະກິດ ຕາມທິດຍົກສູງສະມັດຕະພາບ, ຄຸນນະພາບ, ມີປະສິດທິຜົນ, ໝັ້ນຄົງ; ສຸມໃສ່ພັດທະນາອຸດສາຫະກຳ, ກະສິກຳທີ່ນຳໃຊ້ເຕັກໂນໂລຊີສູງ, ອຸດສາຫະກຳສະອາດ. ນອກນັ້ນ, ອຳນາດການປົກຄອງທ້ອງຖິ່ນທຸກຂັ້ນຂອງແຂວງວິ້ງຟຸກ ສືບຕໍ່ຊີ້ນຳຈັດຕັ້ງການຜະລິດຕາມທິດຜະລິດເປັນສິນຄ້າ, ສຸມໃສ່ບັນດາຜະລິດຕະພັນຕົ້ນຕໍ່, ເພີ່ມທະວີການຮ່ວມມື, ຮ່ວມສຳພັນ, ນຳໃຊ້ຄວາມກ້າວໜ້າດ້ານເຕັກນິກ, ສ້າງເຄື່ອງໝາຍການຄ້າ… ພ້ອມທັງກໍ່ສ້າງຊົນນະບົດໃໝ່ໃຫ້ເໝາະສົມກັບສະພາບຕົວຈິງ ແລະ ຄວາມສາມາດປະກອບສ່ວນຂອງປະຊາຊົນ.