ຮອງປະທານປະເທດຕ້ອນຮັບຄະນະຜູ້ແທນແມ່ຫວຽດນາມວິລະຊົນ,
ທະຫານເສຍອົງຄະ,ເຈັບປ່ວຍ,ນັກຮົບເກົ່າດີເດັ່ນທົ່ວປະເທດ
(ພາບ: Trọng Đức - TTXVN.)
|
(vovworld) - ຕອນບ່າຍວັນທີ 17/7, ຢູ່ສຳນັກງານປະທານປະເທດ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ໄດ້ໃຫ້ການຕ້ອນຮັບແມ່ ຫວຽດນາມ ວິລະຊົນ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເກົ່າດີເດັ່ນທົ່ວປະເທດ. ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດ ຫງວຽນທິຢວານ ຢັ້ງຢືນວ່າ: ໃນຫຼາຍປີຜ່ານມາ, ພັກ ແລະ ລັດຍາມໃດກໍເອົາໃຈໃສ່, ເບິ່ງແຍງດູແລ, ປັບປຸງ, ຍົກສູງຊີວິດທາງດ້ານວັດຖຸ ແລະ ຈິດໃຈຂອງຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດ. ທ່ານນາງ ຫງວຽນທິຢວານ ສະເໜີໃຫ້ສະຫະສະມາຄົມນັກທຸລະກິດນັກຮົບເກົ່າ ສືບຕໍ່ມີບັນດາການເຄື່ອນໄຫວມີປະສິດທິຜົນຊ່ວຍໃຫ້ສະມາຊິກພັດທະນາການຜະລິດ, ຮັບປະກັນຊີວິດສັງຄົມ, ຈັດຕັ້ງການເຄື່ອນໄຫວກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດ. ທ່ານນາງ ຫງວຽນທິຢວານ ຫວັງວ່າ: ແມ່ ຫວຽດນາມ ວິລະຊົນ, ບັນດາທະຫານເສຍອົງຄະ, ທະຫານເຈັບປ່ວຍ, ນັກຮົບເກົ່າຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ແມ່ນບ່ອນອີງໜັກແໜ້ນຂອງອົງຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນ, ແມ່ນແບບຢ່າງທີ່ໃສແຈ້ງເພື່ອລຸ້ນໜຸ່ມປະຕິບັດຕາມ.