( vovworld ) - ຕອນບ່າຍວັນທີ 7/6, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນທີ່ຕາງໜ້າບັນດາຊົນເຜົ່າສ່ວນໜ້ອຍແຂວງເຊີນລາ, ເນື່ອງໃນໂອກາດຄະນະມາຢ້ຽມຢາມນະຄອນຫຼວງຮ່າໂນ້ຍ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ຍ້ອງຍໍສັນລະເສີນການປະຕິບັດບັນດານະໂຍບາຍຮັບປະກັນຊີວິດສັງຄົມ, ພິເສດແມ່ນນະໂຍບາຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກໃນບໍລິເວນແຂວງ. ທ່ານຮອງປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ; ໃນຊຸມປີທີ່ຜ່ານມາ, ຍາມໃດພັກ ແລະ ລັດ ກໍເອົາໃຈໃສ່ເປັນພິເສດເຖິງເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ໃນນັ້ນມີແຂວງເຊີນລາ ຜ່ານບັນດາໂຄງການ, ຈຸດໝາຍເສດຖະກິດ, ສັງຄົມ ແລະ ວັດທະນະທຳ, ປະກອບສ່ວນຫຼຸດຜ່ອນຄວາມຫຍຸ້ງຍາກໃຫ້ປະຊາຊົນບັນດາເຜົ່າສ່ວນໜ້ອຍໄດ້ສ່ວນໃດສ່ວນໜື່ງ. ທ່ານຮອງປະທານສະພາແຫ່ງຊາດປາດຖະໜາວ່າ ບັນດາຜູ້ແທນຈະສືບຕໍ່ເສີມຂະຫຍາຍມູນເຊື້ອປະຕິວັດ, ແຂ່ງຂັນກັນພັດທະນາເສດຖະກິດ, ລົບລ້າງຄວາມອຶດຫິວທຸກຍາກ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ປະກອບສ່ວນສ້າງສາບ້ານເກິດເມືອງນອນ ແລະ ປະເທດຊາດ.