( vovworld ) - ຕອນບ່າຍວັນທີ 31/5, ຢູ່ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ Uong Chu Luu ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນກຸ່ມສະມາຊິກສະພາມິດຕະພາບເບລາຣຸດ - ຫວຽດນາມ ໂດຍທ່ານ Vitaly Busko ເປັນຫົວໜ້າຄະນະທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ຢືນຢັນວ່າ ຫວຽດນາມ ແລະ ເບລາຣຸດ ມີສາຍພົວພັນທ່ີເປັນມູນເຊື້ອ, ໃກ້ຊິດສະໜິດສະນົມ ແລະ ສັດຊື່ບໍລິສຸດ, ຍາມໃດຫວຽດນາມ ກໍຈົດຈຳ ແລະ ຮູ້ບຸນຄຸນຕໍ່ການຊ່ວຍເຫຼືອ, ການສະໜັບສະໜູນເຊິ່ງປະຊາຊົນເບລາຣຸດ ສະຫງວນໃຫ້ແກ່ປະຊາຊົນຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ເຕົ້າໂຮມປະເທດຊາດເປັນເອກະພາບໃນເມື່ອກ່ອນ ກໍ່ຄືໃນພາລະກິດພັດທະນາປະເທດຊາດໃນປະຈຸບັນ. ທ່ານຮອງປະທານສະພາແຫ່ງຊາດ Uong Chu Luu ໄດ້ເນັ້ນໜັກວ່າ ໃນໄລຍະທີ່ຈະມາເຖິງ ສອງປະເທດຄວນຍູ້ແຮງການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນກວ່າອີກ ເພື່ອແນໃສ່ເສີມຂະຫຍາຍບັນດາທ່າແຮງຂອງສອງຝ່າຍ ແລະ ຍົກສູງວົງເງິນການຄ້າສອງສົ້ນ.