ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເປັນປະທານວາລະປະຊຸມຄະນະຈັດຕັ້ງIPU
ຮອງປະທານສະພາແຫ່ງຊາດຕ່ອງທິຟ໋ອງເປັນປະທານວາລະປະຊຸມຄະນະຈັດຕັ້ງIPU
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 17/2, ຢູ່ ຮ່າໂນ້ຍ, ທ່ານນາງ ຕ່ອງທິຟ໋ອງ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເປັນປະທານວາລະປະຊຸມຂອງຄະນະຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາໂລກຄັ້ງທີ 132 (ເອີ້ນຫຍໍ້ວ່າ IPU) ເຊິ່ງຈະຈັດຂຶ້ນໃນເດືອນ 3 ປີ 2015 ຢູ່ ຫວຽດນາມ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ຢືນຢັນເລື່ອງຈັດຕັ້ງກອງປະຊຸມໃຫຍ່ລັດຖະສະພາໂລກຄັ້ງທີ 132 ຢູ່ ຫວຽດນາມ ໃນເດືອນ 3/2015 ແມ່ນເຫດການສຳຄັນທາງການທູດຂອງປະເທດ, ການພົວພັນຕ່າງປະເທດຂອງສະພາແຫ່ງຊາດໃນອາຍຸການສະພາແຫ່ງຊາດຊຸດທີ 13. ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ສະເໜີໃຫ້ບັນດາອະນຸກຳມະການເລືອກເຟັ້ນບັນດາພະນັກງານທີ່ມີຄວາມສາມາດ, ຄວາມຮູ້ເພື່ອແນໃສ່ຕອບສະໜອງຄຳຮຽກຮ້ອງຕ້ອງການຂອງວຽກງານທີ່ໄດ້ຮັບມອບໝາຍ. ໃນຕໍ່ໜ້າ, ເດືອນ 2 ແລະ 3 ປີນີ້, ຄວນກະກຽມແຫຼ່ງງົບປະມານ, ວິວັດການເຊັນຂໍ້ຕົກລົງສາກົນກ່ຽວກັບການຈັດຕັ້ງ IPU, ປະຕິບັດສຳເລັດບັນດາຄຳໝັ້ນສັນຍາສາກົນກ່ຽວກັບວີຊາເຂົ້າເມືອງ, ຮັບປະກັນຄວາມປອດໄພໃຫ້ຜູ້ແທນເຂົ້າຮ່ວມກອງປະຊຸມ. ອະນຸກຳມະການເນື້ອໃນ ມີໜ້າທີ່ສ້າງໃບສະເໜີລາຍງານຕໍ່ກົມການເມືອງ ກ່ຽວກັບຫົວຂໍ້ປຶກສາຫາລືຮ່ວມກັນທີ່ກອງປະຊຸມໃຫຍ່ “ລັດຖະສະພາ ແລະ ລາຍການພັດທະນາແບບຍືນຍົງຫຼັງປີ 2015.”