ຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່່ງກວັກຫຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຮຸງກາຣີ

(VOVWORLD) -    ວັນທີ 30 ກັນຍາ, ຢູ່ຫໍສະພາແຫ່ງຊາດ ຮຸງກາຣີ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ ແລະ ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະເຈລະຈາກັບທ່ານຮອງປະທານສະພາແຫ່ງຊາດ ຮຸງກາຣີ Jakab Istvan. 
ຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່່ງກວັກຫຽນ ຢ້ຽມຢາມ ແລະ ເຮັດວຽກຢູ່ ຮຸງກາຣີ - ảnh 1ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: TTXVN)

ນະທີ່ນີ້, ທ່ານ ຟຸ່ງກວັກຫຽນ  ໃຫ້ຮູ້ວ່າ ສະພາແຫ່ງຊາດຫວຽດນາມ ມີຄວາມປາດຖະໜາຢາກປັບປຸງ, ຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ. ພ້ອມທັງສະເໜີ ຮຸງກາຣີ ໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ອີຢູ (EVFTA)  ແລະ ສັນຍາອາລັກຂາການລົງທຶນ (EVIPA) ໂດຍໄວ, ສ້າງກໍາລັງໜູນໃໝ່ໃຫ້ແກ່ການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນລະຫວ່າງ ຫວຽດນາມ - ອີຢູ ແລະ ຫວຽດນາມ - ຮຸງກາຣີ; ສອງຝ່າຍຍູ້ແຮງການເຄື່ອນໄຫວສົ່ງເສີມດ້ານການຄ້າ, ການລົງທຶນ, ໜູນຊ່ວຍບັນດາວິສາຫະກິດຂອງສອງປະເທດ,ເຊື່ອມຕໍ່ການຮ່ວມມືໃນບັນດາຂົງເຂດ ເຊິ່ງ ຮຸງກາຣີ ມີທ່າແຮງ ໃຫ້ຫຼາຍກວ່າອີກ.

ນອກຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ ຟຸ່ງກວັກຫຽນ ແຈ້ງໃຫ້ຊາບກ່ຽວກັບສະພາບການສັບສົນຢູ່ທະເລຕາເວັນອອກໃນໄລຍະຜ່ານມາ ແລະ ຫວຽດນາມ ພວມຢຶດໝັ້ນປະຕິບັດຕາມທິດແກ້ໄຂຄວາມເຄັ່ງຕຶງໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ. ຫວຽດນາມ ຊົມເຊີຍຄວາມເອົາໃຈໃສ່, ຫຼັກໝັ້ນຂອງ ຮຸງກາຣີ ແລະ ອີຢູ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ຄວາມໝັ້ນຄົງ ຂອງພາກພື້ນ ແລະ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນຂອງ ຮຸງກາຣີ ສໍາລັບທັດສະນະ, ຫຼັກໝັ້ນຄວາມເປັນທໍາຂອງຫວຽດນາມໃນບັນຫາດັ່ງກ່າວ.

        ກ່ອນໜ້ານັ້ນ, ທ່ານ ຟຸ່ງກວັກຫຽນ ໄດ້ເຂົ້າຢ້ຽມຂໍ່ານັບທ່ານປະທານສະພາຮຸງກາຣີ Kover Lasvlo; ເຮັດວຽກກັບກະຊວງເຕັກໂນໂລຢີ ແລະ ປ່ຽນແປງໃໝ່ ຮຸງກາຣີ; ພົບປະກຸ່ມສະມາຊິກລັດຖະສະພາມິດຕະພາບ ຮຸງກາຣີ - ຫວຽດນາມ ແລະ ໄປຢ້ຽມຢາມປະຊາຄົມຊາວຫວຽດນາມ ພວມດໍາເນີນທຸລະກິດ ຢູ່ສູນການຄ້າ Sarga Bufe ແລະ ເຮັດວຽກັບສະຖານທູດຫວຽດນາມ ປະຈໍາ ຮຸງກາຣີ.

ຕອບກັບ

ຂ່າວ/ບົດ​ອື່ນ