(vovworld) - ຕອນບ່າຍວັນທີ 19/11, ຢູ່ຮ່າໂນ້ຍ, ພົນຕີ Vo Van Tuan, ຮອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ໃຫ້ການຕ້ອນຮັບພົນຕີ Conant, ຮອງຜູ້ບັນຊາການທະຫານປາຊີຝີກອາເມລິກາ ທີ່ນຳໜ້າຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ. ທີ່ການຕ້ອນຮັບ, ສອງຝ່າຍໄດ້ແລກປ່ຽນບາງບັນຫາເຊິ່ງກອງທັບສອງປະເທດຫວຽດນາມ ແລະ ອາເມລິກາ ຕ່າງມີຄວາມສົນໃຈ. ໃນໄລຍະຈະມາເຖິງ, ກອງທັບສອງປະເທດຄວນເພີ່ມທະວີການຮ່ວມມືໃນທຸກຂົງເຂດຄື; ກູ້ໄພກູ້ຊີບ, ເສນາຮັກ; ແກ້ໄຂຜົນຮ້າຍຍ້ອນຫຼັງຈາກສົງຄາມ; ຮ່ວມມືຮັບປະກັນຄວາມປອດໄພໃນການເດີນທະເລ; ສ້ອມແປງກໍ່າປັ່ນ… ສອງຝ່າຍກໍເຫັນດີເປັນເອກະສັນກັນວ່າ ກອງທັບສອງປະເທດຄວນເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ແບ່ງປັນບົດຮຽນເພື່ອຊຸກຍູ້ການພົວພັນ, ຮ່ວມມືໃນທຸກຂົງເຂດເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.