ຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຮັດວຽກກັບຮອງລັດຖະມົນຕີລັດຖະສະພາກະຊວງການຕ່າງປະເທດ ຍີ່ປຸ່ນ

(VOVWORLD) - ທ່ານຮອງລັດຖະມົນຕີ ສະເໜີໃຫ້ ຍີ່ປຸ່ນ ເພີ່ມທະວີສົມທົບກັນ, ແບ່ງປັນຫຼັກໝັ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ແລະ ສະໜັບສະໜູນຫຼັ້ກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ສຳລັບບັນຫາທະເລຕາເວັນອອກ.

ຮອງລັດຖະມົນຕີການຕ່າງປະເທດ ບຸ່ຍແທງເຊີນ ເຮັດວຽກກັບຮອງລັດຖະມົນຕີລັດຖະສະພາກະຊວງການຕ່າງປະເທດ ຍີ່ປຸ່ນ - ảnh 1 ການເຮັດວຽກລະຫວ່າງ 2 ຝ່າຍ

(ພາບ: ກະຊວງການຕ່າງປະເທດ)

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ກ່ຽວກັບໂຄງການອາຊີຕາເວັນອອກສ່ຽງໃຕ້, ຕອນບ່າຍວັນທີ 9 ມີນາ, ທີ່ສຳນັກງານກະຊວງການຕ່າງປະເທດ ຍີ່ປຸ່ນ, ທ່ານ ບຸ່ຍແທງເຊີນ, ຮອງລັດຖະມົນຕີຜູ້ປະຈຳການກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະ ແລະ ເຮັດວຽກກັບທ່ານ Iwao Horri, ຮອງລັດຖະມົນຕີລັດຖະສະພາກະຊວງການຕ່າງປະເທດ ຍີ່ປຸ່ນ.

        ທີ່ການພົບປະ, ທ່ານຮອງລັດຖະມົນຕີ ບຸ່ນແທງເຊີນ ໄດ້ຕີລາຄາສູງບົດບາດນຳພາຂອງຍີ່ປຸ່ນ ໃນການປະຕິບັດສຳເລັດການເຈລະຈາ ແລະ ການລົງນາມໃນສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP). ທ່ານຮອງລັດຖະມົນຕີ ສະເໜີໃຫ້ ຍີ່ປຸ່ນ ເພີ່ມທະວີສົມທົບກັນ, ແບ່ງປັນຫຼັກໝັ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ແລະ ສະໜັບສະໜູນຫຼັ້ກໝັ້ນຂອງ ຫວຽດນາມ ແລະ ອາຊຽນ ສຳລັບບັນຫາທະເລຕາເວັນອອກ.

        ສ່ວນທ່ານ Iwao Horri, ຮອງລັດຖະມົນຕີລັດຖະສະພາກະຊວງການຕ່າງປະເທດ ຍີ່ປຸ່ນ ໄດ້ຕີລາຄາສູງການເຂົ້າຮ່ວມ ແລະ ການປະກອບສ່ວນຕັ້ງໜ້າຂອງ ຫວຽດນາມ ທີ່ກອງປະຊຸມລັດຖະມົນຕີ OECD ກ່ຽວກັບໂຄງການອາຊີຕາເວັນອອກສຽງໃຕ້. ທ່ານຮອງລັດຖະມົນຕີ ຍີ່ປຸ່ນ ປາດຖະໜາວ່າການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດ ຈະພັດທະນາຢ່າງແຮງກ່ວາອີກ; ຫວັງວ່າ ຫວຽດນາມ  ຈະເອົາໃຈໃສ່ສ້າງເງື່ອນໄຂໃຫ້ແກ່ການຜັນຂະຫຍາຍບັນດາໂຄງການຮ່ວມມືເສດຖະກິດ 2 ຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ