ຮອງລັດຖະມົນຕີການຕ່າງປະເທດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
ຮອງລັດຖະມົນຕີການຕ່າງປະເທດ ລາວ ຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ
(ພາບ: ສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 1/3, ທີ່ຮ່າໂນ້ຍ, ທ່ານ ຟ້ານບິນມິນ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ ສູນທອນ ໄຊຍະຈັກ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ, ຮອງລັດຖະມົນຕີການຕ່າງປະເທດ ສປປ ລາວ ເຂົ້າຢ້ຽມຂ່ຳນັບ ເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ແຕ່ວັນທີ 29/2 ຫາ 3/3. ທີ່ການຕ້ອນຮັບ, ທ່ານລັດຖະມົນຕີການຕ່າງປະເທດ ຟ້າມບິນມິນ ເນັ້ນໜັກວ່າ: ການຢ້ຽມຢາມຂອງຄະນະຈະປະກອບສ່ວນເພີ່ມທະວີການພົວພັນຮ່ວມມືມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ເວົ້າລວມ ແລະ ການພົວພັນຮ່ວມມືລະຫວ່າງກະຊວງການຕ່າງປະເທດ 2 ປະເທດເວົ້າສະເພາະຍິ່ງກ່ວາອີກ.