ຮອດຈຸດເວລາຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານ ກູບາ

ຮອດຈຸດເວລາຕ້ອງລົບລ້າງຄຳສັ່ງຂວ້ຳບາດຕ້ານ ກູບາ - ảnh 1
ແຕ່ລະປີ ຄຳສັ່ງຂວ້ຳບາດຕ້ານກູບາ ໄດ້ກໍ່ຄວາມເສຍຫາຍຕໍ່ ອາເມລິກາ ປະມານ 1,2 ຕື້ USD
ພາບ:internet

(vovworld) - ​ໃນ​ບົດ​ຂຽນ​ຂອງ​ຕົນ​ພາຍ​ໃຕ້​ຫົວ​ຂໍ້​ວ່າ: “ຮອດ​ຈຸ​ດ​ເວລາ​ຕ້ອງ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ​ກູ​ບາ”, ນັກ​ແຕ່ງ Doug Bandow Reagan  ນັກຮຽນ​ຮູ້​ຂັ້ນ​ສູງ​ຂອງ​ສະ​ຖາ​ບັນ Cato ອະດີດ​ຜູ້​ຊ່ວຍ​ວຽກ​ພິ​ເສດ​ຂອງ ອະດີດ​ປະທານາທິບໍດີ ອາ​ເມ​ລິ​ກາ Ronald Reagan  ​ໄດ້​ຍົກ​ອອກ​ຂໍ້​ອ້າງ​​ເຫດຜົນ​ຢ່່າງ​ຊັດ​ເຈນ ​ແລະ ຖື​ວ່າ ຮອດຈຸດ​ເວລາ​ແລ້ວ ທີ່ອຳນາດ​ການ​ປົກຄອງອາ​ເມ​ລິ​ກາ ຕ້ອງ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ ກູ​ບາ ຊຶ່ງ​ແກ່ຍາວ​ໃນ​ໄລຍະ​ເກືອບ​ເຄິ່ງສັດຕະ​ວັດ​ຜ່ານ​ມາ. ຕາມ​ນັກ​ຂຽນ Doug Bandow ​ແລ້ວ, ຄຳ​ສັ່ງ​ດັ່ງກ່າວ​ຄົງ​ຕົວ​ມາ​ຮອດ​ປະຈຸ​ບັນ ກໍ​ຍ້ອນ​ຄວາມ​ສຳຄັນ​ດ້ານ​ການ​ເມ​ືອງ ຂອງ​ລັດ Florida ຊຶ່ງ​ແມ່ນ​ຜືນ​ແຜ່​ນດິນ​ຂອງ ອາ​ເມ​ລິ​ກາ ຕິດ​ກັບປະ​ເທດ ກູ​ບາ. ນັກ​ຂຽນ Doug Bandow ຢືນຢັນ​ວ່າ ຮອດ​ຈຸດ​ເວລາ​ແລ້ວ​ທີ່ອຳນາດ​ການ​ປົກຄອງວໍ​ຊິງ​ຕັນ ຕ້ອງ​ລົບ​ລ້າງ​ຄຳ​ສັ່ງ​ຂວ້ຳ​ບາດ​ຕ້ານ ລາ​ຮາ​ວານ ​ແທນ​​ໃຫ້ການສືບ​ຕໍ່​​ປະຕິບັດ​ຕາມ​ນະ​ໂຍບາຍທີ່​ຖືກ​ປະລາ​ໄຊ​ມາແຕ່​ດົນ​ນານ​ແລ້ວ.
ຂ່າວ/ບົດ​ອື່ນ