ຮ່າໂນ້ຍ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ

(VOVWORLD) - ຕອນບ່າຍວັນທີ 31 ມັງກອນ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ຫງວຽນດຶກຈູງ ໄດ້ມີການເຮັດວຽກກັບທ່ານນາງ Cecilia Piccioni ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ອີຕາລີ ປະຈຳ ຫວຽດນາມ, 
ຮ່າໂນ້ຍ ສົມທົບກັນຈັດຕັ້ງພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ - ảnh 1 ທີ່ການຕ້ອນຮັບ (ພາບ: TTXVN)

ແລກປ່ຽນກ່ຽວກັບແຜນການຈັດຕັ້ງເຫດການພົບປະແລກປ່ຽນວັດທະນະທຳ - ສິລະປະ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ.

        ທີ່ການເຮັດວຽກ, ທ່ານນາງ Cecilia ໃຫ້ຮູ້ວ່າ: ປີ 2018, ສະຖານທູດ ອີຕາລີ ມີແຜນການຈັດຕັ້ງພິທີສະເຫຼີມສະຫຼອງພິເສດ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ.

        ສ່ວນທ່ານປະທານ ຫງວຽນດຶກຈູງ ເນັ້ນໜັກວ່າ: ຮ່າໂນ້ຍ ມີຄວາມເປັນກຽດທີ່ເປັນແຫ່ງຕັ້ງສຳນັກງານສະຖານທູດ ແລະ ແມ່ນແຫ່ງຈະດຳເນີນເຫດການພົວພັນແລກປ່ຽນວັດທະນະທຳ ເພື່ອສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອີຕາລີ. ນະຄອນພ້ອມແລ້ວທີ່ຈະສົມທົບກັບສະຖານທູດ ອີຕາລີ ເພື່ອຈັດຕັ້ງເຫດການສຳຄັນນີ້ ໃຫ້ປະສົບຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ