ຮ່າໂນ້ຍຈັດຕັ້ງການພົບປະສົນທະນາເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ
(VOVWORLD) - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ນະຄອນດຶງດູດໄດ້ 6.625 ໂຄງການລົງທຶນຈາກຕ່າງປະເທດ ທີ່ພວມມີຜົນສັກສິດ, ດ້ວຍຍອດທຶນຈົດທະບຽນເກືອບ 49 ຕື້ USD.
ກອງປະຊຸມ “ສົນທະນາເພື່ອແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນນະຄອນ ໃນສະພາບການໂລກລະບາດຄໂວິດ - 19” |
ຕອນເຊົ້າວັນທີ 19 ຕຸລາ, ນະຄອນຮ່າໂນ້ຍ ໄດ້ຈັດຕັ້ງກອງປະຊຸມ “ສົນທະນາເພື່ອແກ້ໄຂຄວາມຫຍຸ້ງຍາກສຳລັບບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດໃນບໍລິເວນນະຄອນ ໃນສະພາບການໂລກລະບາດຄໂວິດ - 19” ໂດຍມີການເຂົ້າຮ່ວມຂອງ ຜູ້ແທນປະມານ 20 ທ່ານ ແມ່ນຜູ້ຕາງໜ້າບັນດາກະຊວງ, ຂະແໜງການ, ອົງການຈັດຕັ້ງສາກົນ, ບັນດາວິສາຫະກິດທີ່ມີເງິນລົງທຶນຈາກຕ່າງປະເທດ ຢູ່ຮ່າໂນ້ຍ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ດິງຕຽນຢຸງ ເລຂາຄະນະພັກນະຄອນ ຮ່າໂນ້ຍ ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ນະຄອນດຶງດູດໄດ້ 6.625 ໂຄງການລົງທຶນຈາກຕ່າງປະເທດ ທີ່ພວມມີຜົນສັກສິດ, ດ້ວຍຍອດທຶນຈົດທະບຽນເກືອບ 49 ຕື້ USD. ພິເສດ, ຮອດເດືອນກັນຍາ ປີ 2021, ເຖິງວ່າຖືກຜົນກະທົບຫຍໍ້ທໍ້ຫຼາຍຢ່າງຈາກໂລກລະບາດໂຄວິດ - 19 ກໍ່ຕາມ, ແຕ່ຮ່າໂນ້ຍຍັງດຶງດູດໄດ້ທຶນຈົດທະບຽນ 1,28 ຕື້ USD. ທ່ານ ດິງຕຽນຢຸງ ເນັ້ນໜັກວ່າ ອຳນາດການປົກຄອງ ນະຄອນຮ່າໂນ້ຍ ຈະສຸມໃສ່ໜູນຊ່ວຍບັນດາວິສາຫະກິດ, ບັນດານັກລົງທຶນ ຕ່າງປະເທດຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຮັກສາ ແລະ ຟື້ນຟູການຜະລິດດຳເນີນທຸລະກິດ. ທ່ານກ່າວວ່າ:
ການຜະລິດຂອງ ວິສາຫະກິດ ຖືກຢຸດສະຫງັກ, ການເດີນທາງໄປມາຂອງ ບັນດານັກລົງທຶນຕ່າງປະເທດກໍ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ - 19. ເຂົ້າໃຈໄດ້ບັນດາຄວາມຫຍຸ້ງຍາກເຫຼົ່ານັ້ນ, ອຳນາດການປົກຄອງ ນະຄອນຮ່າໂນ້ຍ ພວມມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອຄວບຄຸມໂລກລະບາດໂດຍໄວທີ່ສຸດ, ສຸມໃສ່ແກ້ໄຂຄວາມຫຍຸ້ງຍາກ, ໜູນຊ່ວຍບັນດານັກລົງທຶນຕ່າງປະເທດຜ່ານຜ່າຄວາມຫຍຸ້ງຍາກ ເພື່ອຮັກສາ ແລະ ຟື້ນຟູ.