ຮ່າໂນ້ຍຈັດສົ່ງກຳມະກອນກັບເມືອບ້ານຕ້ອນຮັບບຸນເຕັດ
(ພາບປະກອບ)
(vovworld) – ຕອນເຊົ້າວັນທີ 06/02, ສະຫະພັນແຮງງານນະຄອນຮ່າໂນ້ຍ ໄດ້ຈັດຕັ້ງລົດໂດຍສານ 100 ຖ້ຽວ ເພື່ອສົ່ງກຳມະກອນ 4000 ຄົນຢູ່ບັນດາເຂດອຸດສາຫະກຳໃນບໍລິເວນນະຄອນຮ່າໂນ້ຍ ກັບເມືອບ້ານຕ້ອນຮັບບຸນເຕັດ. ທ່ານນາງ ຫງວຽນທິຕວຽນ, ປະທານສະຫະພັນແຮງງານນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ.
“ປີນີ້ພວກຂ້າພະເຈົ້າໄດ້ຈັດຕັ້ງລົດໂດຍສານສົ່ງກຳມະບານກັບເມືອບ້ານເກີດເມືອງນອນແຕ່ວັນທີ 25 ຮອດວັນທີ 28/12 (ໄລ່ຕາມຈັນທະປະຕິທິນ). ພວກຂ້າພະເຈົ້າພະຍາຍາມຕອບສະໜອງຄວາມຕ້ອງການຂອງຜູ້ອອກແຮງງານ, ເພື່ອໃຫ້ທຸກຄົນໄດ້ຕ້ອນຮັບບຸນເຕັດຢ່າງເບີກບານມ່ວນຊື່ນ”.