ຮ່າໂນ້ຍເປີດໂອກາດສ້າງວຽກເຮັດງານທຳສຳລັບຄົນພິການ

(VOVWORLD) -ລາຍການໄດ້ຖືກຈັດຂຶ້ນ ເພື່ອແນໃສ່ຕອບສະໜອງວັນຄົນພິການຫວຽດນາມ 18 ເມສາ ຢ່າງແທດຈິງ.

ຮ່າໂນ້ຍເປີດໂອກາດສ້າງວຽກເຮັດງານທຳສຳລັບຄົນພິການ - ảnh 1 ຄົນພິການວາງຂາຍເຄື່ອງທີ່ລະນຶກ

(ພາບ:kinhtedothi.vn)

ຕອນເຊົ້າວັນທີ 8 ເມສາ, ສູນບໍລິການຈັດຫາວຽກເຮັດງານທຳຊາວໜຸ່ມຮ່າໂນ້ຍ ສົມທົບກັບສະມາຄົມຄົນພິການນະຄອນຮ່າໂນ້ຍໄດ້ຈັດຕັ້ງວັນບຸນວຽກເຮັດງານທຳສຳລັບຄົນພິການ ຄັ້ງທີ 7 - ປີ 2018 ທີ່ໂຮງຮຽນມັດທະຍົມຕອນຕົ້ນ ໝີດິ່ງ 2, ເມືອງນາມຕືລຽມ. ລາຍການໄດ້ຖືກຈັດຂຶ້ນ ເພື່ອແນໃສ່ຕອບສະໜອງວັນຄົນພິການຫວຽດນາມ 18 ເມສາ ຢ່າງແທດຈິງ.

        ວັນບຸນວຽກເຮັດງານທຳສຳລັບຄົນພິການປີນີ້ໄດ້ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດ, ຮັບສະໝັກຄົນງານ 800 ຄົນ ແລະ ສະໝັກເຂົ້າຮຽນວິຊາຊີບ ປະມານ 370 ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ