ຮ່າໂນ້ຍເອົາໃຈໃສ່ເປີດກວ້າງບັນດາກາລະໂອກາດລົງທຶນໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ

ຮ່າໂນ້ຍເອົາໃຈໃສ່ເປີດກວ້າງບັນດາກາລະໂອກາດລົງທຶນໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ - ảnh 1
ຮ່າໂນ້ຍເອົາໃຈໃສ່ເປີດກວ້າງບັນດາກາລະໂອກາດ
ລົງທຶນໃຫ້ຊາວຫວຽດນາມອາໄສຢູ່ຕ່າງປະເທດ
(ພາບ: hanoimoi)

(vovworld) –​ ​ວັນ​ທີ 29/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ໄດ້​ສົມ​ທົບ​ກັບ​ພະ​ແນກພົວ​ພັນ​ຕ່າງ​ປະ​ເທດ​ຮ່າ​ໂນ​້ຍ ຈັດ​ຕັ້ງ​ການ​ພົບ​ປະ​​ກັບຄະ​ນະ​ນັກ​ທຸ​ລະ​ກິດຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ. ທີ່​ການ​ພົບ​ປະ, ທ່ານ​ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ຮ່າ​ໂນ້ຍ ເລ​ຮົ່ງ​ເຊີນ ​ໄດ້ແຈ້ງ​ໃຫ້​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປ​ະ​ເທດ​ຊາບ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ຂອງ​ນະ​ຄອນ​ຫຼວງ​ໃນ​ປີ 2015. ຕາມນັ້ນ​ແລ້ວ, ຍອດ​ເງິນ​ລົງ​ທຶນ​ພັດ​ທະ​ນາ​ໃນ​ບໍ​ລິ​ເວນ​​ນະ​ຄອ​ນ​ໄລ​ຍະ 2011 – 2015 ບັນ​ລຸກວ່າ      1.400.000 ຕື້​ດົງ, ໃນ​ນັ້ນ​ການ​ລົງ​ທຶນ​ຈາກ​ຕ່າງ​ປະ​ເທດ​ໄດ້​ສວມ​ບົດ​ບາດ​ສຳ​ຄັນ​ພິ​ເສດ. ເພືຶ່ອ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​ດັ່ງ​ກ່າວ, ​ແມ່ນຕ້ອງ​ເວົ້າ​ເຖິງ​ການ​ຮ່ວ​ມ​ແຮງ​ຮ່ວມ​ໃຈ​ຂອງ​ຊາວ​ຫວຽດ​ນາມ ​ທັງຢູ່​​ພາຍ​ໃນ ແລະ ຕ່າງ​ປະ​ເທດ ​ເຊິ່ງ​ໄດ້​ມາ​ນະ​ພະ​ຍາ​ຍາມ​​ສູ້​ຊົນເພື່ອ​ຮັບ​​ສ້າງຊີ​ວິດ​ເປັນ​ປົກ​ກະ​ຕິ, ເຊື່ອມ​ໂຍງ​ເຂົ້າ​ກັບ​ການ​ເຄື່ອນ​ໄຫວ​ປະ​ເທດ​ປະ​ຈຳ​ຖິ່ນ​ຢ່າງ​ໜັກ​ແໜ້ນ​ ແລະ​ ຍາມ​ໃດ​ກໍ​ອ​ວ່າຍ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ, ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ