(vovworld)-ຕາມການຕີລາຄາລ້າສຸດຂອງບໍລິສັດສ້າງດັດຊະນີຫລັກຊັບໃຫ້ແກ່ບັນດາຕະຫລາດແຫ່ງຊາດ ແລະ ສາກົນ MSCI ແລ້ວ, ເກຼັກ ຖືກຫລຸດອັນດັບຈາກປະເທດພັດທະນາກາຍເປັນຕະຫລາດພວມພັດທະນາ. ເປັນອັນວ່າ ເກຼັກແມ່ນປະເທດພັດທະນາທຳອິດຖືກຍົກເລີກກົດລະບຽບດັ່ງກ່າວ. ແຈ້ງການຫນັງສືພິມຂອງ MSCI ຊີ້ແຈ້ງວ່າ: ສະພາບປະຈຸບັນ ຂອງພື້ນຖານເສດຖະກິດ ເກັຼກບໍ່ຕອບສະຫນອງໄດ້ບັນດາມາດຕະຖານທີ່ນຳໃຊ້ໃຫ້ບັນດາຕະຫລາດພັດທະນາ. MSCI ເນັ້ນຫນັກເຖິງລະດັບຫນີ້ສິນສູງ, ສະພາບກົດຫນ່ວງຂອງພື້ນຖານເສດຖະກິດ ແລະ ບັນດາຄວາມຫຍູ້ງຍາກໃນການລະດົມທຶນ. MSCI ເລີ່ມຕົ້ນພິຈາລະນາຄືນລະດັບຕີລາຄາກ່ຽວກັບເກຼັກນັບແຕ່ເດືອນ 6 ປີ 2012. ຫລັງຈາກນັ້ນ ອົງການນີ້ໃຫ້ຮູ້ວ່າ: ຕະຫລາດການເງິນເກຼັກ ຢຸດຕິການເຄື່ອນໄຫວແລ້ວ, ສິ່ງດັ່ງກ່າວສາມາດພາໄປເຖິງການປ່ຽນແປງໃນການຕີລາຄາ.