ຕຳຫຼວດຈີນໄດ້ປິດລ້ອມທົ່ວບໍລິເວນສະຖານີລົດໄຟ ອູກືມູຈີ
(ພາບ:baomoi)
|
(vovworld)- ຕອນຄ່ຳວັນທີ 30/4, ຢູ່ສະຖານີລົດໄຟໃຫຍ່ກວ່າໝູ່ທີ່ເມືອງເອກ ອູກືມູຈີ ຂອງເຂດປົກຄອງ ດ້ວຍຕົນເອງ ໄຢອູຍີ້ ຊິນຈຽງ ພາກຕາເວັນຕົກ ສ່ຽງເໜືອຂອງຈີນ, ໄດ້ເກີດການບຸກໂຈມຕີ ແບບກໍ່ການຮ້າຍ ອັນໄດ້ເຮັດໃຫ້ 3 ຄົນເສຍຊີວິດ ແລະ 79 ຄົນອື່ນໄດ້ຮັບບາດເຈັບ. ຕາມການສືບສວນໃນ ເບື້ອງຕົ້ນ ຂອງຕຳຫຼວດໃຫ້ເຫັນວ່າ ພວກບຸກໂຈມຕີໄດ້ໃຊ້ມິດແທ່ງບັນດາຜູ້ຄົນ ທີ່ມີໜ້າຢູ່ມໍ່ກັບ ປະຕູເຂົ້າອອກຂອງສະຖານີລົດໄຟ, ພ້ອມວາງລະເບີດແຕກ.
ກໍລະນີບຸກໂຈມຕີໄດ້ເກີດຂຶ້ນ ໃນຈຸດເວລາທ່ານປະທານປະເທດຈີນ ສີຈີນຜີງ ສິ້ນສຸດການຢ້ຽມຢາມ ຊິນຈຽງ ເປັນຄັ້ງທຳອິດນັບຕັ້ງແຕ່ພາຍຫຼັງກອງປະຊຸມ ໃຫຍ່ຄັ້ງທີ 18 ຂອງພັກກອມມູນິດຈີນ.