ເກີດເຫດຍິງປືນໃສ່ຕຳຫຼວດຢູ່ອາເມລິກາເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດ

(VOVWORLD) -ວັນທີ 31 ທັນວາ, ມີເປົ້າໝາຍຄົນໜຶ່ງປະກອບອາວຸດ ໄດ້ຍິງປືນໃສ່ບັນດາພາລະກອນຕຳຫຼວດທີ່ພວມປະຕິບັດໜ້າທີ່ຢູ່ເຂດຊຸມຊົນໃກ້ກັບນະຄອນ Denver, ລັດ Colorado ຂອງອາເມລິກາ, ເຮັດໃຫ້ຢ່າງໜ້ອຍສຸດມີຕຳຫຼວດ 1 ຄົນເສຍຊີວິດ ແລະ 4 ຄົນຮັບບາດເຈັບ.

ເກີດເຫດຍິງປືນໃສ່ຕຳຫຼວດຢູ່ອາເມລິກາເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດ - ảnh 1 ເກີດເຫດຍິງປືນໃສ່ຕຳຫຼວດຢູ່ອາເມລິກາເຮັດໃຫ້ຫຼາຍຄົນຮັບບາດເຈັບແລະເສຍຊີວິດ

(ພາບ: AP)

ເປົ້າໝາຍດັ່ງກ່າວຖືກດັບສູນຫຼັງຈາກນັ້ນພາຍຫຼັງການຍິງປືນລະຫວ່າງກຳລັງສະເພາະກິດໄດ້ຮັບການຜັນຂະຫຍາຍເຖິງສະຖານທີ່ເກີດເຫດ. ຕາມການສືບສວນໃນເບື້ອງຕົ້ນ, ເປົ້າໝາຍຍິ່ງປືນໃສ່ຕຳຫຼວດດັ່ງກ່າວໄດ້ຂຽນບົດລົງທາງສື່ສັງຄົມອອກລາຍຢ່າງລຽນຕິດກ່ຽວກັບບັນດາບົດຂຽນຄັດຄ້ານການປະຕິບັດກົດໝາຍໃນເຂດ. ເຈົ້າໜ້າທີ່ພວມສືບສວນສາຍເຫດຍິງປືນດັ່ງກ່າວຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ