ເກີດເຫດລະເບີດຢູ່ໂຮງຈັກປ້ອງກັນປະເທດຂອງລັດເຊຍ ເຮັດໃຫ້ນັບສິບຄົນຖືກເສຍຊີວິດ ແລະ ຮັບບາດເຈັບ

(VOVWORLD) - ຕຳຫຼວດໃຫ້ຮູ້ວ່າ ເຫດລະເບີດແມ່ນເກີດຂຶ້ນຢູ່ບ່ອນຜະລິດທາດລະເບີດ ammanal. ສາຍເຫດໃນເບື້ອງຕົ້ນແມ່ນຍ້ອນລະເບີດຂັ້ນຕອນການຜະລິດ. ນີ້ແມ່ນໂຮງຈັກໃຫຍ່ຜະລິດບັນດາທາດລະເມີດອຸດສາຫະກຳ
ເກີດເຫດລະເບີດຢູ່ໂຮງຈັກປ້ອງກັນປະເທດຂອງລັດເຊຍ ເຮັດໃຫ້ນັບສິບຄົນຖືກເສຍຊີວິດ ແລະ ຮັບບາດເຈັບ - ảnh 1 ສະຖານທີ່ເກີດເຫດ

ເກີດເຫດລະເບີດຢູ່ໂຮງຈັກປ້ອງກັນປະເທດຢູ່ນະຄອນ Dzerzinsk ຂຶ້ນກັບແຂວງ Nizegorodskaya ຂອງລັດເຊຍ ເມື່ອວັນທີ 31 ສິງຫາ, ເຮັດໃຫ້ 3 ຄົນຖືກເສຍຊີວິດ, 4 ຄົນຖືກຮັບບາດເຈັບ, 3 ຄົນອື່ນຍັງຫາຍສາບສູນ. ມີເຫດໄຟໄໝ້ຂະໜາດໃຫຍ່ໄດ້ເກີດຂຶ້ນພາຍຫຼັງເກີດເຫດລະເບີດແຕ່ກຳລັງດັບເພີງສະກັດກັ້ນໄດ້ຢ່າງທັນການດັ່ງນັ້ນ ເຫດໄຟໄໝ້ຈຶ່ງບໍ່ຖືກແຜ່ລາມອອກໄປ. ຢູ່ສະຖານທີ່ເກີດເຫດ, ພາລະກອນດັບເພີງ ແລະ ກຳລັງກູ້ໄພກູ້ຊີບນັບ 200 ຄົນພວມມານະພະຍາຍາມຊອກຫາບັນດາຜູ້ຖືກຫາຍສາບສູນ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກເຫດເກີດລະເບີດ. ຕຳຫຼວດໃຫ້ຮູ້ວ່າ ເຫດລະເບີດແມ່ນເກີດຂຶ້ນຢູ່ບ່ອນຜະລິດທາດລະເບີດ ammanal. ສາຍເຫດໃນເບື້ອງຕົ້ນແມ່ນຍ້ອນລະເບີດຂັ້ນຕອນການຜະລິດ. ນີ້ແມ່ນໂຮງຈັກໃຫຍ່ຜະລິດບັນດາທາດລະເມີດອຸດສາຫະກຳ. ອຳນາດການປົກຄອງທ້ອງຖິ່ນໄດ້ສະເໜີໃຫ້ບັນດາອົງການກ່ຽວຂ້ອງໜູນຊ່ວຍບັນດາຜູ້ຖືກຮັບບາດເຈັບ ແລະ ຄອບຄົວບັນດາຜູ້ຖືກເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ