ເຂດ3ຫຼ່ຽມພັດທະນາຢືນຢັນກົນໄກຮ່ວມມືຢ່າງມີປະສິດທິຜົນລະຫວ່າງ3ປະເທດກຳປູເຈຍ,ລາວ,ຫວຽດນາມ

ເຂດ3ຫຼ່ຽມພັດທະນາຢືນຢັນກົນໄກຮ່ວມມືຢ່າງມີປະສິດທິຜົນລະຫວ່າງ3ປະເທດກຳປູເຈຍ,ລາວ,ຫວຽດນາມ - ảnh 1
(ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຫວູ​ຮົ່ງ​ນາມ)

(vovworld) - ​​​ ​​ ກອງ​ປະ​ຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽ​ມ​ພັດ​ທະ​ນາ ກ​ຳ​ປູ​ເຈຍ - ລາວ - ຫວຽດ​ນາມ ຄັ້ງ​ທີ 9 (CLV9), ຖືກ​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 23 – 24/11 ຢູ່ Siem Reap, ປະ​ເທດ​ກຳ​ປູ​ເຈຍ. ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ກ່ຽວ​ກັບ​ເຫດ​ການ​ນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຫວູ​ຮົ່ງ​ນາມ ຖື​ວ່າ: ຜົ​ນ​ງານ​ໃຫ​ຍ່​ຫຼວງ​ທີ່​ສຸດ​ແມ່ນ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ໄດ້​​ຮັບ​ການ​ຢືນ​ຢັນ​ວ່າ ​ແມ່ນ​ກົນ​ໄກ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ 3 ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ມິດ​ຕະ​ພາບ​ກຳ​ປູ​ເຈຍ, ລາວ ແລະ ຫວຽດ​ນາມ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ ຫວູ​ຮົ່ງ​ນາມ ຢືນ​ຢັນ​ວ່າ: ການ​ຮ່ວມ​ມື CLV ໄດ້​ສ້າງ​ການ​ເຊື່ອມ​ຕໍ່​ຮອບ​ດ້ານ, ນຳ​ມາ​ເຊິ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ແລະ ສຸດ​ທ້າຍ​ແມ່ນ​ມຸ່ງ​ໄປ​ເຖິງ​ຄາດ​ໝາຍ​​ເຮັດ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ຢູ່​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ໄດ້​ຮ​ັບ​ການ​ຍົກ​ສູງ​ຂຶ້​ນ. GDP ຂອງ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ບັນ​ລຸ​ລະ​ດັບ 9 – 10% ໃນ​ປີ 2016, ສ​ູງກວ່າ​ລະ​ດັບ​ພັດ​ທະ​ນາ​ສະ​ເລ່ຍ​ຂອງ​ທັງ 3 ປະ​ເທດ. ຍ້ອນ​ບັນ​ດາ​ຜົນ​ງານ​ໃຫຍ່​ຫຼວງນັ້ນ ກົນ​ໄກ​ຮ່ວມ​ມື CLV ​ໄດ້ຢືນ​ຢັນບົດ​ບາດ​ຂາດບໍ່​ໄດ້ ບໍ່​ພຽງ​ແຕ່​ສຳ​ລັບ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ເທົ່າ​ນັ້ນ, ຫ​າກ​ຍັງ​ໄດ້​ຮັບ​ການ​ເປີດກວ້າງ​ໃຫ້​ທົ່ວ​​ຜືນ​ແຜ່ນ​ດິນ​ຂອງ 3 ປະ​ເທດ​ລາວ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ.

        ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ ຫວູ​ຮົ່ງ​ນາມ ແບ່ງ​ປັນ​ວ່າ: ໂດຍ​ແມ່ນ​ປະ​ເທດ​ພົ້ນ​ເດັ່ນ​ກວ່າ​​ໝູ່ໃນ​ທົ່ວ​ພາ​ກ​ພື້ນ, ຫວຽດ​ນາມ ​ພວມສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ເປັນ​ເຈົ້າ​ການ​ໃນ​ການ​ນຳ​ພາ, ບົນ​ຈິດ​ໃຈ​ຮ່ວມ​ມື​ສະ​ເໝີ​ພາບ, ເຄົາ​ລົບ​ບັນ​ດ​າ​ຄູ່​ຮ່ວມ​ມື. ຫວຽດ​ນາມ ໄດ້​ພ້​ອມ​ກັບ​ລາວ ແລະ ກຳ​ປູ​ເຈຍ ສ້າງ​ແຜນ​ສັງ​​ລວ​ມ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ​ໄລ​ຍະ 2010 – 2020.

ຂ່າວ/ບົດ​ອື່ນ