ເຈົ້າຊີວິດແບນຊິກຕີລາຄາສູງການພົວພັນຮ່ວມມືກັບຫວຽດນາມ

ເຈົ້າຊີວິດແບນຊິກຕີລາຄາສູງການພົວພັນຮ່ວມມືກັບຫວຽດນາມ - ảnh 1
ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ແລະ ບາງວິ​ສາ​ຫະ​ກິດອັນ​ດັບ​ໜຶ່ງ​ຂອງ​ແບນ​ຊິກ ຢູ່ ຫວຽດ​ນາມ

(vovworld) - ວັນ​ທີ 3/2, ທ່ານ​ເອກ​ອັກ​ຄະ​ລັດຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ ຫວຽດ​ນາມ ປະ​ຈຳ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ເວືອງ​ເທື່ອ​ຟອງ, ໄດ້​ຍື່ນ​ສານ​ຕາ​ຕັ້ງ​ຕໍ່​ ເຈົ້າຊີ​ວິດ Philippe. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ເຈົ້​າ​ຊີວິດ Philippe ​ຊົມ​ເຊີຍ​ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດຄົນ​ໃໝ່ ເວື​ອງ​ເທື່ອ​ຟອງ, ຕີ​ລາ​ຄາ​ສູງ​ການ​ພົວ​ພັນ​ອັນ​ດີ​ງາມ​ລະ​ຫວ່າງ ລາ​ຊະ​ອາ​ນາ​ຈັກ ແບນ​ຊິກ ແລະ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ. ເຈົ້າ​ຊີ​ວິດ ຫວັງ​ວ່າ​ໃນ​ອາ​ຍຸ​ກາ​ນ​ປະ​ຕິ​ບັດ​ງານ​ຂອງ​ຕົນ, ທ່ານ ​ເອກ​ອັກ​ຄະ​ລັດ​ຖະ​ທູດຄົນ​ໃໝ່ ເວື​ອງ​ເທື່ອ​ຟອງ ຈະສືບ​ຕໍ່​ປະ​ກອບ​ສ່ວນ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ຫວຽດ​ນາມ ແລະ ແບນ​ຊິກ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດຄົນ​ໃໝ່ ເວື​ອງ​ເທື່ອ​ຟອງ ຂອບ​ອົກ​ຂອບ​ໃຈ ການ​ຕ້ອນ​ຮັບ​ຂອງ​ເຈົ້າ​ຊີ​ວິດ Philippe ພ້ອມ​ທັງ​ຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ໃຫ້​ການ​ພົວ​ພັນ​ຮ່ວມ​ມື 2 ຝ່າຍ ຫວຽດ​ນາມ - ແບນ​ຊິກ ນັບ​ມື້​ນັບ​ພັດ​ທະ​ນາ​ອັນ​ດີ​ງາມ​ກ່​ວາ​ອີກ.


ຂ່າວ/ບົດ​ອື່ນ