ເຊີດຊູບັນດາໝູ່ຄະນະແລະສ່ວນບຸກຄົນມີນ້ຳໃຈຮັກຊາດ

ເຊີດຊູບັນດາໝູ່ຄະນະແລະສ່ວນບຸກຄົນມີນ້ຳໃຈຮັກຊາດ - ảnh 1
ການປະຊຸມຂ່າວກ່ຽວກັບລາຍການ “ສະຫງ່າ​ລາສີ ຫວຽດນາມ” ປີ 2015
(ພາບ: HN)

(vovworld) - ລາຍການ “ສະຫງ່າ​ລາສີ ຫວຽດນາມ” ປີ 2015 ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ​ໃນ​ວັນ​ທີ 16/8 ​​. “ສະຫງ່າ​ລາສີ ຫວຽດນາມ” ​ແມ່ນ​ເຫດການ​ການ​ເມືອງ​ພິ​ເສດ​​ໄດ້​ຈັດ​ຕັ້ງ​ເປັນ​ປະຈຳ​ປີ ​ເພື່ອ​ເຊີດ​ຊູ​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນ​ວິລະ​ຊົນ​ແຮງ​ງານ, ນັກ​ວິລະ​ຊົນ​ກຳລັງ​ປະກອບ​ອາວຸດ, ບັນດາ​ຜູ້​ເປັນ​ແບບຢ່າງ​ມີ​ການ​ກະທຳ​ພິລະອາດ​ຫານ. ລາຍການ “ສະຫງ່າ​ລາສີ ຫວຽດນາມ 2015 ” ​ເຊີດ​ຊູ​ບັນດາ​ສ່ວນ​ບຸກ​ຄົນ, ໝູ່​ຄະນະ​ດີ​ເປັນ​ແບບຢ່າງ, ມີ​ຜົນງານຢ່າງ​ດີ​ເດັ່ນໃນ​ບັນດາ​ຂົງ​ເຂດ​.

           ກ່ອນ​ໜ້າ​ນັ້ນ, ​ໃນ​ຕອນ​ເຊົ້າ, ຄະນະ​ຜູ້​ແທນ​ຂອງລາຍການສະຫງ່າ​ລາສີ ຫວຽດນາມ ​​​ໄດ້​ໄປໄຫວ້​ອາ​ໄລ​ບັນດາ​ນັກ​ວິລະ​ຊົນ, ນັກຮົບ​ເສຍ​ສະຫຼະ​ຊີວິດ​ເພື່ອ​ຊາດ​ຢູ່​ອະນຸສາວະລີ ບັ໋ກ​ເຊີນ, ​ເຂົ້າ​ສຸ​ສານ​ໄຫວ້​ອາ​ໄລ​ປະທານ ​ໂຮ່ຈີ​ມິນ, ຢ້ຽມຢາມ​ທຳນຽບ​ປະທານ​ປະ​ເທດ.

ຂ່າວ/ບົດ​ອື່ນ