(vovworld) – ເຊີດຊູຜູ້ບໍລິຈາກເລືອດດີເດັ່ນ 100 ຄົນແມ່ນການເຄື່ອນໄຫວເພື່ອສະໜັບສະໜູນວັນໂລກເຊີດຊູຜູ້ບໍລິຈາກເລືອດ 14/06. ມີ 100 ຄົນທີ່ໄດ້ຮັບການເຊີດຊູໃນວັນທີ 13/06 ແມ່ນແບບຢ່າງດີເດັ່ນໃນວຽກງານບໍລິຈາກເລືອກດ້ວຍຄວາມສະໝັກໃຈທີ່ມາຈາກທົ່ວທຸກແຖບຖິ່ນຂອງປະເທດ. ນີ້ເປັນປີທີ 8 ທີ່ຫວຽດນາມ ຈັດຕັ້ງພິທີເຊີດຊູຜູ້ບໍລິຈາກເລືອດລະດັບຊາດ. ສາດສະດາຈານ, ດຣ ຫງວຽນແອງຈິ໋, ຫົວໜ້າສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ ໃຫ້ຮູ້ວ່າ.
“ການຂົນຂວາຍບໍລິຈາກເລືອດແມ່ນວຽກງານທີ່ຫຍຸ້ງຍາກ, ພິເສດແມ່ນຄວາມຮັບຮູ້. ສະນັ້ນ, ຈຳເປັນຕ້ອງມີແບບຢ່າງດີເດັ່ນ, ຕ້ອງຮັບຮູ້, ເຊີດຊູບັນດາຜູ້ທີ່ໄດ້ເຂົ້າຮ່ວມການບໍລິຈາກເລືອດໂດຍກົງຫຼາຍຄັ້ງ ເພື່ອເປັນແບບຢ່າງ. ຖ້າຫາກພວກເຮົາປະຕິບັດວຽກງານເຊີດຊູເປັນຢ່າງດີ ຈະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ຂະບວນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ”.
ແລະກໍ່ໃນຂອບເຂດການເຄື່ອນໄຫວສະໜັບສະໜູນວັນໂລກເຊີດຊູຜູ້ບໍລິຈາກເລືອດ 14/06, ຢູ່ຮ່າໂນ້ຍ ຈະດຳເນີນວັນບຸນບໍລິຈາກເລືອດ “ລະດູແລງແຫ່ງຄວາມເມດຕາ”. ໃນໂອກາດນີ້, ການບໍລິຈາກເລືອດກໍ່ຖືກຈັດຂຶ້ນຢູ່ທ້ອງຖິ່ນຕ່າງໆເຊັ່ນດຽວກັນ.