ເຊີດຊູແບບຢ່າງໄວໜຸ່ມດີເດັ່ນຫວຽດນາມ 10 ຄົນປີ 2020

(VOVWORLD) -ແມ່ນບັນດາແບບຢ່າງໄວໜຸ່ມດີເດັ່ນໃນບັນດາຂົງເຂດທີ່ເປັນຕົວແທນຂອງໄວໜຸ່ມໃນຍຸກສະໄໝໃໝ່

ຕອນຄ່ຳວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈີນິນ ໄດ້ຈັດພິທີຍ້ອງຍໍຊົມເຊີຍແບບຢ່າງໄວໜຸ່ມ ດີເດັ່ນຫວຽດນາມ 10 ຄົນປີ 2020. ນີ້ແມ່ນບັນດາແບບຢ່າງໄວໜຸ່ມດີເດັ່ນໃນບັນດາຂົງເຂດທີ່ເປັນຕົວແທນຂອງໄວໜຸ່ມໃນຍຸກສະໄໝໃໝ່ ຄື: ເອື້ອຍຄູ ຮ່າແອ໊ງເຟື້ອງ ດ້ວຍຮູບແບບ “ຫ້ອງຮຽນຂ້າມຊາຍແດນ”, ຟ້າມງອັກແອັງຕຸ່ງ, ເລີ່ມຕົ້ນທຸລະກິດ ດ້ວຍການຄ້າເອເລັກໂຕນິກຜະລິດຕະພັນກະເສດ, ທ່ານໝໍ ເຈີ່ນແອັງຕູ໊, ຜູ້ຕັ້ງໜ້າເຂົ້າຮ່ວມການປ້ອງກັນ, ສະກັດກັ້ນໂລກລະບາດ…

ທີ່ລາຍການ, ສູນກາງຄະນະຊາວໜຸ່ມ ກໍ່ໄດ້ຍ້ອງຍໍຊົມເຊີຍຊາວໜຸ່ມດີເດັ່ນທີ່ມີແງ່ຫວັງດີ 10 ຄົນປີ 2020, ໃນນັ້ນມີຊາວໜຸ່ມຫວຽດນາມ ອາໄສຢູ່ຕ່າງປະເທດ ໄດ້ຢັ້ງຢັນຄວາມສາມາດໃນຫຼາຍຂົງເຂດຄື: ດົນຕີ, ການຄົ້ນຄວ້າຊອກຫາຕົ້ນກຳເນີດການມົນລະພິດສິ່ງແວດລ້ອມ.

ຕອບກັບ

ຂ່າວ/ບົດ​ອື່ນ