ເຊັນອະນຸມັດແຜນຮ່າງ ສ້າງໂຄງປະກອບລະບົບ ບັນດາອົງການສິນເຊື່ອ ໄລຍະ 2011-2015
ພາບປະກອບ
(vovworld) - ທ່ານນາຍົກລັດຖະມົນຕີຫາກໍ່ເຊັນອະນຸມັດແຜນຮ່າງ ສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອໄລຍະ 2011-2015 ຄືນໃໝ່. ດ້ວຍຈຸດໝາຍສ້າງໂຄງປະກອບລະບົບບັນດາອົງການສິນເຊື່ອຢ່າງເປັນພື້ນຖານ, ເຖິງຖອງ ແລະ ຮອບດ້ານ, ເພື່ອຮອດປີ 2020 ສາມາດພັດທະນາລະບົບບັນດາອົງການສິນເຊື່ອທີ່ມີຫຼາຍບົດບາດໜ້າທີ່ໃຫ້ໄດ້. ແຜນຮ່າງໄດ້ຊີ້ແຈ້ງເຖິງການຍົກສູງບົດບາດ, ທີ່ຕັ້ງຂອງທະນາຄານການຄ້າແຫ່ງລັດ, ຮັບປະກັນໃຫ້ບັນດາທະນາຄານການຄ້າແຫ່ງລັດແມ່ນກຳລັງຕົ້ນຕໍ່ຂອງລະບົບບັນດາອົງການສິນເຊື່ອຢ່າງແທ້ຈິງ, ເຊິ່ງມີຂອບຂະໜາດໃຫຍ່, ມີການເຄື່ອນໄຫວຢ່າງປອດໄພ, ມີປະສິດທິຜົນ ແລະມີຄວາມສາມາດບໍລິຫານທີ່ກ້າວໜ້າ, ມີຄວາມສາມາດແກ່ງແຍ່ງທັງຢູ່ພາຍໃນ ແລະ ຕ່າງປະເທດ. ສູ້ຊົນຮອດປີ 2015, ຈະສ້າງຕັ້ງທະນາຄານການຄ້າແຫ່ງລັດທີ່ບັນລຸລະດັບພາກພື້ນກ່ຽວກັບຂອບຂະໜາດ, ການບໍລິຫານ, ເຕັກໂນໂລຢີ ແລະ ຄວາມສາມາດແກ່ງແຍ່ງໃຫ້ໄດ້ສອງແຫ່ງ. ສືບຕໍ່ຍູ້ແຮງການຫັນບັນດາທະນາຄານການຄ້າແຫ່ງລັດເປັນຫຸ້ນສ່ວນ.