ເຊື່ອມຈອດນັກວິສາຫະກິດຫວຽດນາມຢູ່ອົດສະຕາລີກັບປະເທດຊາດ
ທ່ານ ຮ່ວາງມິງເຊີນ, ກ່າວຄຳເຫັນທີ່ເວທີປາໄສ
(ພາບ: Võ Giang/TTXVN)
(vovworld) - ຕອນຄ່ຳວັນທີ 1/12, ຢູ່ Sydney, ກະຊວງອຸດສາຫະກຳ - ການຄ້າ ຫວຽດນາມ ສົມທົບກັບອົງການການຄ້າ ຫວຽດນາມ ປະຈຳ ອົດຕາລີ ແລະ ສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ອົດສະຕາລີ ຈັດຕັ້ງ “ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳ ອົດສະຕາລີ”.
ກ່າວຄຳເຫັນທີ່ເວທີປາໄສ, ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ Sydney ຮ່ວາງມິງເຊີນ ຕີລາຄາສູງບັນດາຄວາມມານະພະຍາຍາມ ແລະ ການປະກອບສ່ວນອັນໃຫຍ່ຫຼວງຂອງປະຊາຄົມວິສາຫະກິດ ຫວຽດນາມ ປະຈຳ ອົດສະຕາລີ ໃນການປະກອບສ່ວນຊຸກຍູ້ການຮ່ວມມືເສດຖະກິດ - ການຄ້າລະຫວ່າງ ອົດສະຕາລີ ແລະ ຫວຽດນາມ. ທ່ານຮ່ວາງມິງເຊີນ ຫວັງວ່າ: ບັນດາວິສາຫະກິດ ຫວຽດນາມ ຢູ່ ອົດຕາລີ ສືບຕໍ່ສາມັກຄີ, ໝັ້ນຄົງເຂັ້ມແຂງເພື່ອມີບັນດາການປະກອບສ່ວນແທດຈິງ, ມີປະສິດທິຜົນກ່ວາອີກໃຫ້ແກ່ການພັດທະນາເສດຖະກິດ - ສັງຄົມພາຍໃນປະເທດ. ຕາມທ່ານ ເຊີນແລ້ວ, ໜຶ່ງໃນບັນດາການເຄື່ອນໄຫວແທດຈິງໃນຕໍ່ໜ້າແມ່ນລະດົມ ແລະ ທະວີຄຸນຂະບວນການ “ຊາວ ຫວຽດນາມ ບຸລິມະສິດ ຊົມໃຊ້ສິນຄ້າ ຫວຽດນາມ” ເພື່ອປະກອບສ່ວນຊຸກຍູ້ການຜະລິດພາຍໃນປະເທດ, ເພີ່ມວົງເງິນສົ່ງອອກ, ສ້າງວຽກເຮັດງານທຳໃຫ້ແກ່ຄົນງານຫຼາຍກ່ວາອີກ.