( vovworld ) – ອີຣານ ແລະ ບັນດາປະເທດໃນສະພາຄວາມໝັ້ນຄົງສະຫະປະຊາຊາດ ພ້ອມກັບເຢຍລະມັນ ໄດ້ເຫັນດີເຊື່ອມຕໍ່ການເຈລະຈາກ່ຽວກັບໂຄງການນິວເຄຼຍຂອງປະເທດນີ້ ພາຍຫຼັງຖືກຢຸດສະງັກມາເປັນເວລາໜື່ງປີ. ບັນດາການເຈລະຈາຄາດວ່າຈະດຳເນີນໄປຢູ່ນະຄວນຫຼວງ Baghda ຂອງອີຣັກ ໃນເດືອນ 5 ທີ່ຈະມາເຖິງ. ກ່ອນໜ້ານັ້ນ, ອີຣານ ໄດ້ຮຽກຮ້ອງໃຫ້ຍົກເລີກຄຳສັ່ງລົງໂທດ ແລະ ເລື່ອງຮັບຮູ້ບັນດາການເຄື່ອນໄຫວເສີມທາດ Urani ຂອງຕົນແມ່ນເພື່ອຈຸດໝາຍສັນຕິພາບ, ໃນຂະນະນັ້ນ ອາເມລິກາ ໄດ້ຖືວ່າ, ອີຣານ ຕ້ອງພິສູດໃຫ້ເຫັນຄວາມມານະພະຍາຍາມຂອງຕົນບໍ່ແມ່ນເພື່ອຜະລິດອາວຸດນິວເຄຼຍ. ເລື່ອງເຊື່ອມຕໍ່ການເຈລະຈາຖຶກຖືວ່າແມ່ນສັນຍານທີ່ດີ ແຕ່ວ່າອິດສະຣາແອນ ແລະ ບັນດາປະເທດຝ່າຍຕາເວັນຕົກ ຍັງສະແວງສົງໄສຈຸດປະສົງຂອງອີຣານ ແລະ ຖືວ່າປະເທດນີ້ພວມຊອກຫາວີທີ່ແກ່ຍາວເວລາ ເພື່ອສືບຕໍ່ໂຄງການນິວເຄຼຍຂອງຕົນ.