(vovworld) - ຕອນບ່າຍວັນທີ 10/12, ຢູ່ນະຄອນເກີນເທີ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ສົມທົບກັບຄະນະກຳມະການປະຊາຊົນນະຄອນເກີນເທີ ແລະ ອົງການຊຸກຍູ້ການຄ້າຕ່າງປະເທດຍີ່ປຸ່ນ (JETRO) ຈັດຕັ້ງການພົບປະ “ເຊື່ອມຕໍ່ວິສາຫະກິດຍີ່ປຸ່ນ - ຫວຽດນາມ ໃນຂົງເຂດກະສິກຳ”. ການພົບປະໄດ້ດຶງດູດວິສາຫະກິດ 50 ແຫ່ງຂຶ້ນກັບ 13 ແຂວງ, ນະຄອນໃນເຂດທົ່ງພຽງແມ່ນນ້ຳຂອງ ແລະ ວິສາຫະກິດຍີ່ປຸ່ນ 31 ແຫ່ງ ພົບປະ, ແລກປ່ຽນຊອກຫາຂໍ້ມູນຂ່າວສານໂດຍກົງ ເພື່ອແນໃສ່ຕົກລົງຮ່ວມມື, ລົງທຶນເຂົ້າໃນຂົງເຂດກະສິກຳໃນໄລຍະຈະມາເຖິງ. ຕາມທ່ານ ຫງວຽນກວກຫວຽດ, ຮອງຫົວໜ້າຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ແລ້ວ, ໃນໄລຍະຜ່ານມາ, ຄະນະຊີ້ນຳເຂດຕາເວັນຕົກພາກໃຕ້ ໄດ້ມີຄວາມມານະພະຍາຍາມຫຼາຍຢ່າງ ເປັນຂົວເຊື່ອມຕໍ່ເພື່ອຮ່ວມສຳພັນສົ່ງເສີມການລົງທຶນເຂົ້າເຂດທົ່ງພຽງແມ່ນນ້ຳຂອງ. ໃນນັ້ນຍີ່ປຸ່ນ ແມ່ນຄູ່ຮ່ວມມືແຖວໜ້າ ໃນການດຶງດູດການລົງທຶນໃນຂົງເຂດກະສິກຳ.
ສ່ວນທ່ານ Yasuzumi Hirotaka, ຫົວໜ້າຜູ້ຕາງໜ້າອົງການ JETRO ປະຈຳນະຄອນໂຮ່ຈິມິນ ໃຫ້ຮູ້ວ່າ: ໃນໄລຍະຈະມາເຖິງ, ຝ່າຍຍີ່ປຸ່ນ ໃຫ້ຄຳໝັ້ນສັນຍາຈະໜູນຊ່ວຍ, ຮ່ວມມືກັບເຂດທົ່ງພຽງແມ່ນນ້ຳຂອງທາງພາກໃຕ້ຫວຽດນາມ ເພື່ອຊຸກຍູ້, ພັດທະນາຂົງເຂດກະສິກຳຕາມທິດນຳໃຊ້ວິທະຍາສາດ, ເຕັກໂນໂລຊີສູງ ເພື່ອຍົກສູງຄຸນນະພາບຜະລິດຕະພັນ.