ເຊື່ອມຕໍ່ວິສາຫະກິດຫວຽດນາມຢູ່ສະວິດແລະລັດເຊຍ

ເຊື່ອມຕໍ່ວິສາຫະກິດຫວຽດນາມຢູ່ສະວິດແລະລັດເຊຍ - ảnh 1
ທ່ານ ຫງວຽນ​ຈູງ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ຫວ​ຽດ​ນາມ ຢູ່ ສ​ປ​ຊ
ພາບ​:TTXVN
(vovworld)-​ ແຕ່​ວັນ​ທີ 12 -17/1, ຄະ​ນະ​ຜູ້​ແທນ​ທີ່​ຕາງ​ຫນ້າ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ສະ​ວິດ ໂດຍ​ທ່ານ ຫງວຽນ​ຈູງ​ແທ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ ຫວ​ຽດ​ນາມ ຢູ່ ສ​ປ​ຊ, ອົງ​ການ​ການ​ຄ້າ​ໂລກ ແລະ ບັນ​ດາ​ອົງ​ການ​ອື່ນ​ຢູ່ ເຊີ​ແນວ ປະ​ເທດ​ສະ​ວິດ ໄດ້​ໄປ​ຢ້ຽມ​ຢາມ​ລັດ​ເຊຍ ແລະ ພົ​ບ​ປະ​ກັບ​ຜູ້​ຕາງ​ຫນ້າ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຢູ່ ລັດ​ເຊຍ ເພື່ອ​ຄົ້ນ​ຄ້​ວາ​ຕະ​ຫລາດ, ຊອກ​ຫາ​ຄູ່​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ທີ່ນີ້. ທີ່​ການ​ເຮັດ​ວຽກຢູ່ ​ສູນ Incentra ນະ​ຄອນ​ຫລວງ ມົດ​ສະ​ກູ, ທ່ານ ຫງວຽນ​ຈູງ​ແທ່ງ ປາດ​ຖະ​ຫນາ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ ຫວຽດ​ນາມ ຢູ່ ສະ​ວິດ ແລະ ລັດ​ເຊຍ ຈະ​ເຊື່ອມ​ຕໍ່​ສຳ​ເລັດ​ຜົນ, ເປີດ​ທິດ​ທາງ​ດຳ​ເນີນ​ທຸ​ລະ​ກິດ​ໃຫມ່ ໂດຍບໍ່​ຫົວ​ຊາ​ຕໍ່​ສະ​ພາບ​ເສດ​ຖະ​ກິດ​​​ທີ່​ພວມຊຸດ​ໂຊມຄືໃນ​ປະ​ຈຸ​ບັນ.
ຂ່າວ/ບົດ​ອື່ນ