(vovworld) - ກອງປະຊຸມສຳມະນາ “ເຊື່ອມຕໍ່ອຸດສາຫະກຳສຳຮອງເຂດເສດຖະກິດຈຸດສຸມທາງພາກເໜືອ”, ໂດຍກະຊວງອຸດສາຫະກຳການຄ້າ ສົມທົບກັບຄະນະກຳມະການປະຊາຊົນແຂວງ ວິ້ງຟຸກ ໄດ້ຈັດຕັ້ງຂຶ້ນໃນວັນທີ 21/11, ເພື່ອພັດທະນາອຸດສາຫະກຳສຳຮອງ, ຕ້ອງດຶງດູດການລົງທຶນຈາກຕ່າງປະເທດ ແລະ ພາຍໃນປະເທດເຂົ້າໃນຂົງເຂດນີ້ ແລະ ມີການຮ່ວມສຳພັນລະຫວ່າງບັນດາທ້ອງຖິ່ນ, ເຂດ. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ເລເຢືອງກວ໋າງ ໃຫ້ຮູ້ວ່າ.
“ການພັດທະນາອຸດສາຫະກຳສຳຮອງແມ່ນມີຄວາມຈຳເປັນ ແລະ ຮີບດ່ວນທີ່ສຸດ. ອຸດສາຫະກຳສຳຮອງບໍ່ພຽງແຕ່ແມ່ນຈຸດໝາຍພັດທະນາອຸດສາຫະກຳນັບແຕ່ນີ້ຮອດປີ 2020 ເທົ່ານັ້ນ, ຫາກຍັງແມ່ນໂອກາດຂອງບັນດາວິສາຫະກິດອີກດ້ວຍ. ການພັດທະນາອຸດສາຫະກຳສຳຮອງ ກໍເໝາະສົມກັບຮູບແບບວິສາຫະກິດຂະໜາດກາງ ແລະ ນ້ອຍ, ພ້ອມທັງເຂົ້າຮ່ວມລະບົບມູນຄ່າທົ່ວໂລກ. ເພື່ອພັດທະນາອຸດສາຫະກຳສຳຮອງຕ້ອງສ້າງກອບກົດໝາຍໃຫ້ສຳເລັດ, ສະດວກ ເພື່ອຮັບໃຊ້ຂະແໜງ ກໍຄືວິສາຫະກິດເຂົ້າຮ່ວມອຸດສາຫະກຳສຳຮອງ”.
ໃນຂອບເຂດກອງປະຊຸມສຳມະນາ, ບັນດາວິສາຫະກິດຂຶ້ນກັບຂະແໜງອຸດສາຫະກຳສຳຮອງ ທີ່ມາຈາກ 6 ແຂວງທາງພາກເໜືອ ເຂົ້າຮ່ວມງານວາງສະແດງແນະນຳຜະລິດຕະພັນອຸດສາຫະກຳສຳຮອງ, ຊອກຫາກາລະໂອກາດໃຫ້ແກ່ການພັດທະນາອຸດສາຫະກຳສຳຮອງ.