ເຊື່ອມໂຍງເຂົ້າກັບສາກົນ-ບາງບັນຫາວາງອອກສຳລັບຫວຽດນາມແຕ່ປີ2015
ການໂອ້ລົມສົນທະນາ “ເຊື່ອມໂຍງເຂົ້າກັບສາກົນ - ບາງບັນຫາທີ່ວາງ
ອອກສຳລັບ ຫວຽດນາມ ແຕ່ປີ 2015”
(ພາບ: Thu Hằng/TTXVN)
|
(vovworld) – ວັນທີ 1/7, ຢູ່ນະຄອນ ທ໋າຍງວຽນ, ແຂວງ ທ໋າຍງວຽນ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາ “ເຊື່ອມໂຍງເຂົ້າກັບສາກົນ - ບາງບັນຫາທີ່ວາງອອກສຳລັບ ຫວຽດນາມ ແຕ່ປີ 2015” ດ້ວຍການເຂົ້າຮ່ວມຂອງ 14 ແຂວງທາງພາກເໜືອ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ເຂົ້າຮ່ວມ ແລະ ເປັນປະທານການໂອ້ລົມສົນທະນາ. ນະທີ່ນີ້, ບັນດາຜູ້ແທນໄດ້ພ້ອມກັນແລກປ່ຽນບາງເນື້ອໃນກ່ຽວຂ້ອງເຖິງຫົວຂໍ້ຕ່າງໆຄື: ສະພາບການໂລກ ແລະ ນະໂຍບາຍພົວພັນຕ່າງປະເທດຂອງພັກ, ລັດ, ການເຊື່ອມໂຍງເສດຖະກິດເຂົ້າກັບສາກົນໄລຍະໃໝ່ ແລະ ບັນດາບັນຫາສຳລັບທ້ອງຖິ່ນ ແລະ ວິສາຫະກິດ ຫວຽດນາມ, ປະຊາຄົມ ອາຊຽນ 2015…
ກ່ຽວກັບ “ສະພາບການໂລກ ແລະ ນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະ ລັດ”, ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ບຸ່ຍແທງເຊີນ ຖືວ່າ: ນະໂຍບາຍພົວພັນຕ່າງປະເທດຂອງພັກ ແລະ ລັດ ໄດ້ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດອັນໃຫຍ່ຫຼວງຂອງພາລະກິດປ່ຽນໃໝ່ໂດຍ ພັກ ລິເລີ່ມ ແລະ ນຳພາແຕ່ກອງປະຊຸມໃຫຍ່ຄັ້ງທີ 6 ມາຮອດປະຈຸບັນ. ບົນພື້ນຖານສືບທອດ ແລະ ສືບຕໍ່ແນວທາງການພົວພັນຕ່າງປະເທດໄລຍະປ່ຽນໃໝ່, ກອງປະຊຸມໃຫຍ່ຄັ້ງທີ 11 ສືບຕໍ່ຢັ້ງຢືນແນວທາງການຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາສະເໝີຕົ້ນສະເໝີປາຍ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ, ເປັນເພື່ອນມິດ, ເປັນຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ເປັນສະມາຊິກມີຄວາມຮັບຜິດຊອບໃນປະຊາຄົມສາກົນ.