ເດືອນ​ຊາວ​ໜຸ່ມ ປີ 2020: ປະ​ກອບ​ກຳ​ລັງ​ແຮງ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) - ໃນສະພາບການໂລກລະບາດ ໂຄວິດ - 19 ພວມຜັນແປຢ່າງສັບສົນນັ້ນ, ວຽກງານການປ້ອງກັນ, ສະກັດກັ້ນໂລກລະບາດດັ່ງກ່າວ ໄດ້ກຳນົດວ່າແມ່ນ “ບັ້ນຮົບ” ຂອງທົ່ວປວງຊົນ, ໃນນັ້ນ ມີການປະກອບສ່ວນບໍ່ແມ່ນໜ້ອຍຂອງໄວໜຸ່ມ - ເຊິ່ງແມ່ນໜຶ່ງໃນບັນດາກຳລັງປະຈັນບານ ດ້ວຍການປະກອບສ່ວນຢ່າງລະອຽດ, ມີຫົວຄິດປະດິດສ້າງຫຼາຍຢ່າງ.
ເດືອນ​ຊາວ​ໜຸ່ມ ປີ 2020: ປະ​ກອບ​ກຳ​ລັງ​ແຮງ​ໜຸ່ມ​ຮ່ວມ​ແຮງ​ຮ່ວມ​ໃຈ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1ຊາວໜຸ່ມຊ່ວຍຂົນສົ່ງສະບຽງອາຫານຢູ່ເຂດແຍກຕົວ (ພາບ: TTXVN)

        ສະມາຊິກຊາວໜຸ່ມ, ຊາວໜຸ່ມຫວຽດນາມ ພວມມານະພະຍາຍາມ ເມື່ອຮ່ວມແຮງຮ່ວມໃຈກັບທົ່ວປະເທດ ຈຳກັດການແຜ່ລະບາດ ແລະ ຍູ້ໂລກລະບາດດັ່ງກ່າວໃຫ້ຖອຍໄປ. ຄະນະເລຂາສູນກາງຊາວໜຸ່ມ ສະເໜີຄະນະຊາວໜຸ່ມແຂວງ, ນະຄອນ ແລະ ຄະນະຊາວໜຸ່ມຂຶ້ນກັບສູນກາງ ຈົ່ງປຸກລະດົມສະມາຊິກຊາວໜຸ່ມ, ຊາວໜຸ່ມຕັ້ງໜ້າເຂົ້າຮ່ວມການຊ່ວຍເຫຼືອ ເພື່ອພ້ອມກັບພັກ, ລັດ ສຸມໃສ່ການປ້ອງກັນ, ສະກັດກັ້ນໂລກລະບາດ ໂຄວິດ - 19, ປະກອບສ່ວນຮັບປະກັນຊີວິດສັງຄົມ, ຄວາມປອດໄພໃນການດຳລົງຊີວິດ ແລະ ສຸຂະພາບຂອງປະຊາຊົນ. ພ້ອມກັນນັ້ນ, ເປັນເຈົ້າການໃນການສື່ຂ່າວ, ແຜ່ຂະຫຍາຍບັນດາແບບຢ່າງຂອງສະມາຊິກຊາວໜຸ່ມ, ຊາວໜຸ່ມ, ບັນດາອົງການຈັດຕັ້ງ, ສ່ວນບຸກຄົນທັງຢູ່ພາຍໃນ ແລະ ຕ່າງປະເທດໃນການເຂົ້າຮ່ວມການປ້ອງກັນ ແລະ ສະກັດກັ້ນໂລກລະບາດໂຄວິດ - 19.


ຕອບກັບ

ຂ່າວ/ບົດ​ອື່ນ