ເດືອນຊາວໜຸ່ມປີ 2018: ຊາວໜຸ່ມປະດິດຄິດສ້າງສ້າງສາປະເທດຊາດ

(VOVWORLD) - ໃນວັນດຽວກັນນັ້ນ, ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແຂວງຫວິງຟຸກກໍໄດ້ຈັດພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ 2018 ດ້ວຍຫົວຂໍ້ທີ່ວ່າ: “ຊາວໜຸ່ມປະດິດຄິດສ້າງສ້າງສາປະເທດຊາດ”.
ເດືອນຊາວໜຸ່ມປີ 2018: ຊາວໜຸ່ມປະດິດຄິດສ້າງສ້າງສາປະເທດຊາດ - ảnh 1 ການເຄື່ອນໄຫວປູກຕົ້ນໄມ້ໃນເດືອນຊາວໜຸ່ມ

ວັນທີ 27 ກຸມພາ, ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ແຂວງຫາຍເຢືອງໄດ້ຈັດພິທີອອກເຄື່ອນພົນດຳເນີນເດືອນຊາວໜຸ່ມ ປີ 2018. ດ້ວຍຫົວຂໍ້ທີ່ວ່າ: “ຊາວໜຸ່ມຫົວປະດິດຄິດສ້າງສ້າງສາປະເທດຊາດ”. ໃນເດືອນຊາວໜຸ່ມປີນີ້, ຊາວໜຸ່ມແຂວງຫາຍເຢືອງໄດ້ປະສານສົມທົບກັບບັນດາພະແນກ, ຂະແໜງການ, ຄະນະແລະອົງການສັງຄົມ, ວິສາຫະກິດຕ່າງໆເພື່ອສ້າງກົນໄກ, ແຫຼ່ງກຳລັງເພື່ອເບິ່ງແຍງດູແລແລະຊ່ວຍເຫຼືອຊາວໜຸ່ມເຍົາວະຊົນ. ພິເສດແມ່ນການຊວ່ຍເຫຼືອຊາວໜຸ່ມພັດທະນາເສດຖະກິດ.

        ໃນວັນດຽວກັນນັ້ນ, ຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ແຂວງຫວິງຟຸກກໍໄດ້ຈັດພິທີເລີ່ມເຄື່ອນໄຫວເດືອນຊາວໜຸ່ມປີ 2018 ດ້ວຍຫົວຂໍ້ທີ່ວ່າ: “ຊາວໜຸ່ມປະດິດຄິດສ້າງສ້າງສາປະເທດຊາດ”.ພາຍຫຼັງພິທີດັ່ງກວ່າ, ຊາວໜຸ່ມແຂວງຫວິງຟຸກກໍໄດ້ດຳເນີນການກວດສຸຂະພາບແລະ ມອບຢາຟຣີຼໃຫ້ຊາວໜຸ່ມ, ກຳມະກອນແລະອະດີດຊາວໜຸ່ມປະຈັນບານ, ໃຫ້ຄຳປຶກສາ, ແນະນຳວຽກເຮັດງານທຳໃຫ້ແກ່ຊາວໜຸ່ມອີກດ້ວຍ.

ຕອນບ່າຍວັນດຽວກັນ, ຢູ່ຮ່າໂນ້ຍ, ຄະນະຊາວໜຸ່ມກະຊວງຕຳຫຼວດ ຫວຽດນາມ, ກົມໃຫຍ່ການເມືອງຕຳຫຼວດ ຫວຽດນາມ ຈັດກອງປະຊຸມຜ່ານເຄືອຂ່າຍອິນເຕີເນັດເຊື່ອມຊຶມມະຕິຂອງກອງປະຊຸມໃຫຍ່ຄະນະຊາວໜຸ່ມທຸກຂັ້ນແລະປຸກລະດົມເດືອນຊາວໜຸ່ມປີ 2018 ໃນໝູ່ຊາວໜຸ່ມຕຳຫຼວດປະຊາຊົນອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ