ເບິ່ງແຍງດູແລ, ປົກປ້ອງສິດ ແລະ ຜົນປະໂຫຍດໃຫ້ແກ່ພະນັກງານຍິງ.
ພິທີລົງນາມໂຄງການສົມທົບຈັດຕັ້ງການເຄືອນໄຫວໃນພະນັກງານຍິງ
ພາບ:congdoanvn.org.vn
|
(vovworld) - ຕອນບ່າຍວັນທີ 24/4 ຢູ່ ຮ່າໂນ້ຍ, ສະຫະພັນໃຫຍ່ແຮງງານ ຫວຽດນາມ ແລະ ສະຫະພັນແມ່ຍິງ ຫວຽດນາມ ໄດ້ລົງນາມໃນໂຄງການສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວໃນພະນັກງານ, ລັດຖະກອນ ແລະ ກຳມະກອນຍິງ ໄລຍະ 2012 - 2017. ຕາມນັ້ນແລ້ວ, ສອງຝ່າຍໄດ້ເພີ່ມທະວີວຽກງານໂຄສະນາໝາກຜົນຂອງກອງປະຊຸມໃຫຍ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ XI, ສົມທົບກັນຊີ້ນຳຈັດຕັ້ງບັນດາການເຄື່ອນໄຫວແທດຈິງມຸ່ງໄປເຖິງກອງປະຊຸມໃຫຍ່ກຳມະບານຂັ້ນຕ່າງໆ ແລະ ກອງປະຊຸມໃຫຍ່ກຳມະບານ ຫວຽດນາມ ຄັ້ງທີ XI. ສອງຝ່າຍຕັ້ງຫນ້າສົມທົບກັນໃນວິວັດການເຂົ້າຮ່ວມການສ້າງ, ປັບປຸງ, ເພີ່ມເຕີມນະໂຍບາຍກົດໝາຍກ່ຽວຂ້ອງເຖິງຄົນງານຍິງ, ຄວາມສະເໝີພາບລະຫວ່າງຍິງຊາຍ, ເອົາໃຈໃສ່ເປັນພິເສດເຖິງນະໂຍບາຍວຽກເຮັດງານທຳ, ປະກັນສັງຄົມ, ປະກັນສຸຂະພາບ, ອາຍຸພັກກິນເບ້ຍບຳນານ, ເຮືອນຢູ່, ຊີວິດການເປັນຢູ່ໃຫ້ແກ່ກຳມະກອນຢູ່ບັນດາເຂດອຸດສາຫະກຳ. ສະຫະພັນໃຫຍ່ແຮງງານ ຫວຽດນາມ ຈະສືບຕໍ່ ສົມທົບກັບສູນກາງສະຫະພັນແມ່ຍິງ ຫວຽດນາມ ຈັດຕັ້ງກອງປະຊຸມສຳມະນາກ່ຽວກັບ “ການຍົກສູງປະສິດທິຜົນການເຄື່ອນໄຫວວຽກງານແມ່ຍິງຢູ່ບັນດາເຂດອຸດສາຫະກຳ, ເຂດຜະລິດສົ່ງອອກ” ເພື່ອຫນູນຊ່ວຍກຳມະກອນແກ້ໄຂບັນດາບັນຫາກ່ຽວຂ້ອງເຖິງລາຍຮັບ, ຊີວິດການເປັນຢູ່.