ເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) -  ຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ຂອງສະພາກາແດງ ຫວຽດນາມ ປຸກລະດົມແຕ່ປີ 1999
ເບິ່ງແຍງດູແລບຸນເຕັດໃຫ້ຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ມອບຂອງຂວັນໃຫ້ບັນດາຄອບຄົວທຸກຍາກ

ຕອນຄ່ຳວັນທີ 7 ມັງກອນ, ຢູ່ຮ່າໂນ້ຍ, ສູນກາງສະພາກາແດງ ຫວຽດນາມ ໄດ້ຈັດຕັ້ງລາຍການສິລະປະ “ກຳລັງແຮງມະນຸດສະທຳ” ດ້ວຍຫົວຂໍ້ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ລະດູບານໃໝ່ປີ ຈໍ 2018. ທ່ານປະທານປະເທດ ເຈີ່ນດ້າຍກວາງໄດ້ເຂົ້າຮ່ວມລາຍການ.

        ຂະບວນການ “ບຸນເຕັດເພື່ອຄົນທຸກຍາກ ແລະ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ຂອງສະພາກາແດງ ຫວຽດນາມ ປຸກລະດົມແຕ່ປີ 1999. ຂະບວນການນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກ້ວາງຂວາງ, ບັນລຸໄດ້ຫຼາຍໝາກຜົນແທດຈິງ, ກາຍເປັນຄວາມງາມໃນຊີວິດສັງຄົມ ຫວຽດນາມ. ໄລ່ສະເພາະໃນ 5 ປີມໍ່ໆມານີ້, ສະພາກາແດງ ຫວຽດນາມ ໄດ້ຂົນຂວາຍ ແລະ ມອບຂອງຂວັນບຸນເຕັດເກືອບ 10 ລ້ານພູດດ້ວຍຍອດມູນຄ່າກ່ວາ 3.460 ຕື້ດົ່ງ.

        ໂດຍຕາງໜ້າໃຫ້ການນຳ ພັກ, ລັດ ຫວຽດນາມ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງຂໍ້ລິເລີ່ມຂອງສະພາກາແດງ ໃນການຈັດຕັ້ງລາຍການ “ກຳລັງແຮງມະນຸດສະທຳ”, ພ້ອມທັງຍ້ອງຍໍຊົມເຊີຍບັນດາຜົນງານເຊິ່ງສະພາຂັ້ນຕ່າງໆບັນລຸໄດ້ໃນໄລຍະຜ່ານມາ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ເນັ້ນໜັກວ່າ:

        “ສະພາກາແດງ ຫວຽດນາມ ສືບຕໍ່ປ່ຽນໃໝ່ທັງດ້ານເນື້ອໃນ ແລະ ວິທີການເຄື່ອນໄຫວ, ສ້າງອົງການ ສະພາໃຫ້ໝັ້ນຄົງເຂັ້ມແຂງ, ມີວິຊາຊີບ, ສວມບົດບາດຫຼັກແຫຼ່ງ, ເປັນຂົວເຊື່ອມຕໍ່, ປະສານງານໃນວຽກງານມະນູດສະທຳ, ທຸກສິ່ງທຸກຢ່າງເພື່ອຄົນທຸກຍາກ, ພິເສດແມ່ນຢູ່ເຂດຫ່າງໄກຊອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຊາຍແດນ, ໝູ່ເກາະ. ສະພາກາແດງ ຫວຽດນາມຈັດຕັ້ງບັນດາຂະບວນການເລິກເຊິ່ງ ກ້ວາງຂວາງ, ບັນດາບັ້ນຂົນຂວາຍໜູນຊ່ວຍ ບັນດາຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢາກແທດຈິງ, ປະກອບສ່ວນປະຕິບັດນະໂຍບາຍຮັບປະກັນຊີວິດສັງຄົມຂອງພັກ, ລັດ, ປະກອບສ່ວນຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງຂະບວນການກາແດງ ແລະ ກາຊິກວົງເດືອນແດງສາກົນ”

        ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ມອບໃບຢັ້ງຢືນມະນຸດສະທຳໃຫ້ບັນດາອົງການ, ສ່ວນບຸກຄົນພາຍໃນ ແລະ ຕ່າງປະເທດ ທີ່ໄດ້ສະໜັບສະໜູນບັນດາຂອງຂວັນບຸນເຕັດໃຫ້ຄົນທຸກຍາກ ແລະ ເງິນໃຫ້ລາຍການ.

ຕອບກັບ

ຂ່າວ/ບົດ​ອື່ນ