ເປີດຊຸດຮຽນທິດສະດີການເມືອງໃຫ້ແກ່ພະນັກງານລາວ

ເປີດຊຸດຮຽນທິດສະດີການເມືອງໃຫ້ແກ່ພະນັກງານລາວ - ảnh 1
ສາດສະດາ​ຈານ, ດຣ ຕ້າງ​ອກ​ເຕີນກ່າວ​ຄຳ​ເຫັນ​ທີ​ພີ​ທີ​ເປີດ
ພາບ:cpv.org.vn


(vovworld)-`ຕອນ​ເຊົ້າ​ວັນ​ທີ 12/8, ຢູ່ ຮ່າ​ໂນ້ຍ, ສະ​ຖາ​ບັນ​ການ​ເມືອງ ການ​ປົກຄອງ​ແຫ່ງ​ຊາດ ​ໂຮ່ຈິ​ມີນ ​ໄດ້​​ເປີດ​ຊຸດ​ຮຽນ​ທິດ​ສະ​ດີກາ​ນ​ເມືອງ​ໃຫ້​ແກ່​ພະນັກງານ​ພັກ​ປະຊາຊົນ​ປະຕິວັດ ລາວ ຄັ້ງ​ທີ 15.  ກ່າວ​ຄຳ​ເຫັນ​ທີ​ພີ​ທີ​ເປີດ, ສາດສະດາ​ຈານ, ດຣ ຕ້າງ​ອກ​ເຕີນ, ກຳມະການ​ສູນ​ກາງ​ພັກ, ຫົວຫນ້າ​ສະ​ຖາ​ບັນ​ດັ່ງກ່າວ​ໃຫ້​ຮູ້​ວ່າ: ຊຸດ​ຮຽນ​ດັ່ງກ່າວ​ຈະ​ດຳ​ເນີນ​ໄປ​ໃນ​​ໄລຍະ 5 ​ເດືອນ. ບັນດາ​ວິຊາ​ຮຽນ​ຈະ​ສະຫນອງ​ໃຫ້​ແກ່​ນັກຮຽນ​ຄວາມ​ຮູ້​ກ່ຽວ​ກັບ​ຫລັກ​ມູນ​ຂອງ​ລັດທິ​ມາກ​ເລ​ນີນ, ​ແນວ​ຄິດ​ໂຮ່ຈິ​ມີນ, ​​ເຂົ້າ​​ໃຈ​ກ່ຽວ​ກັບ​​ເນື້ອ​ແທ້ ​ແລະ ລັກສະນະ​ກົດ​ເກນ​ຂອງ​ບັນດາ​ປະກົດ​ການ​ທຳ​ມະ​ຊາດ, ສັງຄົມ, ກຳ​ໄດ້​ພື້ນຖານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ຂອງ​ບັນດາ​ທັດສະນະ, ​ແນວທາງ, ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ຫວຽດນາມ. ​ໃນ​ໄລຍະ​ຮຳ່​ຮຽນ, ບັນດາ​ນັກຮຽນ ລາວ ຈະ​ໄປ​ຄົ້ນ​ຄ້ວາ​ຕົວ​ຈິງ​ຢູ່​ຫລາຍ​ທ້ອງ​ຖິ່ນ, ຮາກ​ຖານ​ຂອງ ຫວຽດນາມ.

ຂ່າວ/ບົດ​ອື່ນ