ເປີດປະຕູຖານຂໍ້ມູນຂອງ ຄະນະກຳມະການຊົນເຜົ່າ

(vovworld) - ຕອນ​ເຊົ້າ​ວັນ​ທີ 03/05, ຄະນະ​ກຳມະການ​ຊົນ​​ເຜົ່າ​ໄດ້​ຈັດພິທີ​ເປີດ​​ປະ​ຕູ​ຖານ​ຂໍ້​ມູນ​ ດ້ວຍ​ລະຫັດ www.ubdt.gov.vn. ປະ​ຕູ​ຖານ​ຂໍ້​ມູນ​ຂອງຄະນະ​ກຳມະການ​ຊົນ​ເຜົ່າ ​ໄດ້​ຮັບ​ການ​ສ້າງ​ຂຶ້ນໂດຍ​ອີງ​ໃສ່​ແວບ​ໄຊ​​ຂອງ​ຄະນະ​ກຳມະການ ທີ່​ເຄື່ອນ​ໄຫວ​ແຕ່​ປ​ີ 2004. ​ເລື່ອງ​ເປີດປະ​ຕູ​ຖານ​ຂໍ້​ມູນ​ຂອງ​ຄະນະ​ກຳມະການ​ຊົນ​ເຜົ່າ ຈະ​ສາມາດຕອບສະໜອງ​ຕາມຄວາມຮຽກຮ້ອງ​ຕ້ອງການ​ດ້ານ​ຂໍ້​ມູນຂ່າວສານ, ຄຸ້ມ​ຄອງ, ຊີ້​ນຳ, ບໍລິຫານ​ຂອງ​ການ​ນຳ​ຄະ​ນະ​ກຳມະການ​​ໃຫ້ນັບ​ມື້​ນັບ​ດີກ​ວ່າ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​, ທ່ານ ຢາງ​ແຊວ​ຝື, ກຳມະການ​ສູນ​ກາງ​ພັກ, ລັດຖະມົນຕີ​ປະທານຄະ​ນະ​ກຳມະການ​ຊົນ​ເຜົ່າ ​ໃຫ້​ຮູ້​ວ່າ.

        “​ເລື່ອງເປີດ​ປະ​ຕູ​ຖານ​ຂໍ້​ມູນ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ລັດກ່ຽວ​ກັບ​ການ​ປະຕິບັດ​ລະບົບ​​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວສານ​ໃນ​ທົ່ວ​ຂະ​ແໜງ. ນີ້​ແມ່ນ​ຊອງ​ຂໍ້​ມູນ​ຂ່າວເປັນ​ທາງ​ການ​ຂອງ​ການ​ນຳ​ຄະ​ນະ​ກຳມະການ. ​ປະ​ຕູ​ຖານ​ຂໍ້​ມູນ​ທັງ​ສ່ອງ​ແສງ​ແຜນ​ນະ​ໂຍບາຍ​, ນະ​ໂຍບາຍ​ຂອງ​ພັກ, ລັດ ​ແລະ ທັງ​ສ່ອງ​ແສງ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຂອງ​ບັນດາ​ເຜົ່າ ຫວຽດນາມ”.

ຂ່າວ/ບົດ​ອື່ນ