ເປີດສະຫຼອງຂົວມິດຕະພາບລາວ-ມຽນມາ

ເປີດສະຫຼອງຂົວມິດຕະພາບລາວ-ມຽນມາ - ảnh 1
ຂົວ​ມິດ​ຕະ​ພາບ ລາວ - ມຽນ​ມາ ໃນ​ເດືອນ 12/2014
(ພາບ: panoramio.com)

(vovworld) – ວັນ​ທີ 9/5, ຂົວ​ມິດ​ຕະ​ພາບ ລາວ - ມຽນ​ມາ ໄດ້​ຮັບ​ການ​ເປີດ​ສະຫຼອງ​ຢູ່​ແຂວງ ຫຼວງ​ນ້ຳ​ທາ, ປະ​ເທດ​ລາວ. ນີ້​ແມ່ນ​ຂົວ​ແຫ່ງ​ທີ 5 ​ຕັ້ງ​ຂ້າມ​ຜ່ານ​ແມ່​ນ້ຳ​ຂອງ​ຕອນ​ໄຫຼ​ຜ່ານ ສ​ປ​ປ ລາວ ແລະ ແມ່ນ​ຂົວ​ແຫ່ງ​ທຳ​ອິດ​ເຊື່ອມ​ຕໍ່ ສ​ປ​ປ ລາວ ແລະ ສ. ສະ​ຫະ​​ພາບ ມຽນ​ມາ. ທ່ານ ​ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ລາວ ໃຫ​້​ຮູ້​ວ່າ: ກິດ​ຈະ​ກຳ​ນີ້​ແມ່ນ​ສັນ​ຍາ​ລັກ​ຂອງ​ການ​ຮ່ວມ​ມື​ມີ​ປະ​ສິດ​ທິ​ຜົນ​ຂອງ 2 ປະ​ເທດ ລາວ ແລະ ມຽນ​ມາ. ເລື່ອງກໍ່​ສ້າງ​ຂົວ​ແຫ່ງນີ້​ຕອບ​ສະ​ໜ​ອງ​ໄດ້​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ 2 ປະ​ເທດກໍ່​ຄື​ທ່າ​ອ່ຽງ​ພັດ​ທະ​ນາ​ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ​ກັບ​ບັນ​ດາ​ປະ​ເທດ​ອະ​ນຸ​ພາ​ກ​ພື້ນ​ຕາມ​ແລ​ວ​ເສດ​ຖະ​ກິດ ຕາ​ເວັນ​ອອກ​ - ຕາ​ເວັນ​ຕົກ, ກໍ່​ຄື​ກະ​ກຽມ​ໃຫ້​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC) ໃນ​ທ້າຍ​ປີ 2015 ນີ້.

                                      


ຂ່າວ/ບົດ​ອື່ນ