ທ່ານຫົວໜ້າສະຖານກົງສູນໃຫຍ່ ເລວຽດຢວຽນ ກ່າວຄຳເຫັນທີ່ພິທີ
(ພາບ: ສະຖານກົງສູນໃຫຍ່ຫວຽດນາມປະຈຳ Perth)
|
(vovworld) – ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ເມືອງເອກ Perth, ລັດ ອົດສະຕາລີ ຕາເວັນຕົກ, ສົມທົບກັບອຳນາດການປົກຄອງລັດ, ຫ້ອງການການຄ້າອຸດສາຫະກຳ ລັດ, ຫາກໍ່ສະເໜີຕົວສະພາດຳເນີນທຸລະກິດ ຫວຽດນາມ - ອົດສະຕາລີ ຕາເວັນຕົກ (WAVBC). ສະພາມີບົດບາດສະໜອງຂໍ້ມູນຂ່າວສານ, ໜູນຊ່ວຍການແລກປ່ຽນ ແລະ ສົ່ງເສີມບັນດາກາລະໂອກາດດຳເນີນທຸລະກິດ, ລົງທຶນໃຫ້ບັນດາວິສາຫະກິດ 2 ຝ່າຍ. ກ່າວຄຳເຫັນທີ່ພິທີ, ທ່ານຫົວໜ້າສະຖານກົງສູນໃຫຍ່ ເລວຽດຢວຽນ ຫວັງວ່າ: ດ້ວຍການກຳເນີດຂອງ WAVBC, ສະພາຈະໜູນຊ່ວຍສົ່ງເສີມການເຊື່ອມຕໍ່, ແລກປ່ຽນລະຫວ່າງບັນດາວິສາຫະກິດ, ຊຸກຍູ້ການເພີ່ມທະວີການເຄື່ອນໄຫວເສດຖະກິດ, ການຄ້າລະຫວ່າງ 2 ຝ່າຍກ່ວາອີກ, ພິເສດເມື່ອ ຫວຽດນາມ ພວມບື່ນຕົວຂຶ້ນຢ່າງແຮງ, ເຊື່ອມໂຍງຢ່າງເລິກເຊິ່ງ, ກ້ວາງຂວາງເຂົ້າພາກພື້ນ ແລະ ສາກົນ. ປະທານ WAVBC Graeme Sheard ເນັ້ນໜັກວ່າ: WAVBC ຈະກໍ່ສ້າງແຜນການເຄື່ອນໄຫວ, ຈັດຕັ້ງການແລກປ່ຽນ, ເຊື່ອມຕໍ່ລະຫວ່າງບັນດາວິສາຫະກິດ 2 ປະເທດເປັນປະຈຳ, ເປັນຂົວຕໍ່ສົ່ງເສີມເພີ່ມທະວີການພົວພັນເສດຖະກິດການຄ້າພວມໃນທ່າພັດທະນາຢ່າງແຮງລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຕາເວັນຕົກ.