ເປີດສະຫຼອງສຳນັກງານສະມາຄົມໃຫ່ຍຊາວ ຫວຽດນາມ ອາໄສຢູ່ໄທ
ເປີດສະຫຼອງສຳນັກງານສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ໄທ
(ພາບ: baomoi.com)
(vovworld)- ພິທີເປີດສະຫຼອງສຳນັກງານສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ໄທໄດ້ຖືກຈັດຂຶ້ນໃນຕອນເຊົາວັນທີ 24/1, ຢູ່ນະຄອນຊາກອນ ທາງທິດຕາເວັນອອກສ່ຽງເໜືອໄທ ໂດຍມີການເຂົ້າຮ່ວມຂອງຊາວຫວຽດນາມ ອາໄສຢູ່ໄທ ກ່ວາ 2000 ຄົນ ແລະ ບັນດາເຈົ້າໜ້າທີ່ຕາງໜ້າໃຫ້ລັດຖະບານສອງປະເທດ. ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນແທງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຊີ້ແຈງວ່າ:
“ສຳນັກງານສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ໄທ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບ, ສາຍພົວພັນອັນສະໜິດແໜ້ນລະຫວ່າງປະຊາຊົນສອງປະເທດຫວຽດນາມ ແລະ ໄທ ຊື່ງພວມໄດ້ຮັບການປັບປຸງ ແລະ ພັດທະນາ. ພວກຂ້າພະເຈົ້າປາດຖະໜາວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ຈະແມ່ນປະຊາຄົມເປັນແບບຢ່າງທີ່ດີເດັ່ນໃຫ້ແກ່ປະຊາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆໃນໂລກ. ສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ໄທ ແລະ ສະມາຄົມຊາວຫວຽດນາມ ອາໄສຢູ່ໄທ ຈະແມ່ນແບບຢ່າງດີເດັ່ນເພື່ອໃຫ້ພວກເຮົາຈັດຕັ້ງ ແລະ ພັດທະນາສະມາຄົມຊາວຫວຽດນາມ ອາໄສຢູ່ປະເທດຕ່າງໆໃນໂລກ“
ຕາງໜ້າໃຫ້ລັດຖະບານໄທ, ທ່ານ ສຸວັດ ຕານີພັນ ຜູ້ຊ່ວຍວຽກໃຫ້ທ່ານລັດຖະມົນຕີກະຊວງສຶກສາໄທ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງຊາຫວຽດນາມ ອາໄສຢູ່ໄທ ແລະ ຖືວ່າການສ້າງຕັ້ງສຳນັກງານສະມາຄົມໃຫ່ຍຊາວຫວຽດນາມ ອາໄສຢູ່ໄທ ຈະສ້າງເງື່ອນໄຂອຳນວຍຄວາມສະດວກກ່ວາອີກ ເພື່ອໃຫ້ສະມາຄົມຊາວຫວຽດນາມ ອາໄສຢູ່ໄທ ປະກອບສ່ວນທີ່ມີປະໂຫຍດກ່ວາອີກເຂົ້າໃນການພັດທະນາຂອງໄທ ກໍ່ຄືພ້ອມກັນສ້າງສາຍພົວພັນອັນດີງາມລະຫວ່າງສອງປະເທດ.