ເປີດສະຫຼອງຫໍພິພິດ ທະພັນວັດທະນະທຳ ຊົນເຜົ່າບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້
(ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ)
(vovworld) - ຕອນບ່າຍວັນທີ 30/11, ຢູ່ນະຄອນຫຼວງຮ່າໂນ້ຍ, ສະຫຼອງຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ໄດ້ຈັດພິທີເປີດຫໍພິພິດທະພັນວັດທະນະທຳບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ແຫ່ງທຳອິດຢູ່ຫວຽດນາມ.
ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ ຖືວ່າ, ເຖິງວ່າຂອບຂະໜາດຍັງຖືກຈຳກັດກໍ່ຕາມ, ແຕ່ຫໍພິພິດທະພັນອາຊີຕາເວັນອອກສ່ຽງໃຕ້ ຈະລະດົມກຳລັງໃຈໃຫ້ແກ່ການພົວພັນແລກປ່ຽນວັດທະນະທຳ, ບໍ່ພຽງແຕ່ລະຫວ່າງບັນດາປະເທດອາຊຽນເທົ່ານັ້ນ, ຫາກຍັງແລກປ່ຽນກັບບັນດາພື້ນຖານວັດທະນະທຳອື່ນໃນພາກພື້ນ ແລະ ໃນໂລກອີກດ້ວຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶດດາມ ສະເໜີໃຫ້ຫໍພິພິດທະພັນຊົນເຜົ່າວິທະຍາຫວຽດນາມ ສືບຕໍ່ສ້າງໃຫ້ສົມບູນແບບ ແລະ ພັດທະນາຫໍພິພິດທະພັນອາຊີຕາເວັນອອກສ່ຽງໃຕ້ຢ່າງບໍ່ຢຸດຢັ້ງ, ພ້ອມທັງມີຂໍ້ລິເລີ່ມຕ່າງໆ, ເຄື່ອນໄຫວຢ່າງແທດຈິງເພື່ອຊ່ວຍໃຫ້ປະຊາຊົນຫວຽດນາມ ເຈົ້າໃຈຕື່ມກ່ຽວກັບວັດທະນະທຳບັນດາຊົນເຜົ່າກໍ່ຄືນຳມາເຊິ່ງຄວາມງາມຂອງພື້ນຖານວັດທະນະທຳຫວຽດນາມ ເຖິງປະຊາຊົນບັນດາປະເທດ. ຫໍພິພິດທະພັນດັ່ງກ່າວເປີດປະຕູຮັບໃຊ້ມະຫາຊົນແຕ່ວັນທີ 01/12.