ເປີດໄລຍະໃໝ່ໃນສາຍພົວພັນລະຫວ່າງຫວຽດນາມ-ສິງກະໂປ

ເປີດໄລຍະໃໝ່ໃນສາຍພົວພັນລະຫວ່າງຫວຽດນາມ-ສິງກະໂປ - ảnh 1

ທ່ານ Nguyen Phu Trong  ​ແລະ ທ່ານ​ຫຼີຊຽນຫຼົງ

(ພາບ:nguyenbathanh.com)

(vovworld)- ການ​ຢ້ຽມຢາມ​ສິງກະ​ໂປ ຢ່າງ​ເປັນ​ທາງ​ການ​ຂອງທ່ານເລຂາທິການ​ໃຫ່ຍຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ Nguyen Phu Trong ​ໄດ້​ສີ້​ນສຸດລົງ​ຢ່າງ​ຈົບງາມ. ບັນດາ​ໝາກຜົນ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້​ໄດ້​ເຮັດ​ໃຫ້​ສາຍ​ພົວພັນ​ສອງ​ຝ່າຍ​ເລິກ​ເລິ່ງຂຶ້ນ​ຕື່ມ, ​ເປີດ​ໄລຍະ​ໃໝ່​ໃນ​ສາຍ​ພົວພັນ​ລະຫວ່າງ​ຫວຽດນາມ-​ສິງກະ​ໂປ. ການ​ຢ້ຽມຢາມ​ສິງ​ປະ​ໂປ ຂອງທ່ານເລຂາທິການ​ໃຫ່ຍ Nguyen Phu Trong  ​ໄດ້​ດຳ​ເນີນ​ໄປ​ໃນ​ສະພາບ​ການ​ສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ພວມ​ດຳ​ເນີນ​ໄປ​ດ້ວຍ​ດີ​ໃນ​ຫຼາຍ​ຂົງ​ເຂດ. ຢູ່​ສິງກະ​ໂປ, ບັນດາ​ການ​ເຈລະຈາ, ພົບ​ປະລະ​ຫວ່າງທ່ານເລຂາທິການ​ໃຫ່ຍ Nguyen Phu Trong ​ແລະ ທ່ານ​ນາຍົກລັດຖະມົນຕີຫຼີຊຽນຫຼົງ, ປະທານາທິບໍດີ Tony Tan Keng Giam, ປະທານ​ພັກ​ເຄື່ອນ​ໄຫວ​ປະຊາຊົນ Khaw Boon Wan ລ້ວນ​ແຕ່​ມີ​ຄວາມ​ເປີດ​ອົກ​ເປີດ​ໃຈ, ຈິງ​ໃຈ ​ເພື່ອ​ກ້າວໄປ​ເຖິງ​ບັນດາ​ຄວາມ​ຮັບ​ຮູ້​ລວມ. ທ່ານເລຂາທິການ​ໃຫ່ຍ Nguyen Phu Trong ຢືນຢັນ​ວ່າ:

ພວກ​ຂ້າພະ​ເຈົ້າຖືການ​ພົວພັນ​ກັບ​ສິງ​ປະ​ໂປ​ ເປັນ​ສຳຄັນ, ມີ​ຄວາ​ມານະ​ພະຍາຍາມ​ຊຸກຍູ້​ການ​ຮ່ວມ​ມືກັບ​ສິງ​ກະ​ໂປ ​ແລະ ຖື​ວ່າ, ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງ, ຈິງ​ໃຈ ​ແລະ ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ຫວຽດນາມ ​ແລະ ສິງກະ​ໂປ ​ແມ່ນ​ປັດ​ໄຈ​ສຳຄັນ​ໃນ​ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ ພ້ອມ​ທັງ​ປະກອບສ່ວນ​ທີ່​ມີ​ຄວາມ​ໝາຍ​ເຂົ້າ​ໃນ​ສັນຕິພາບ, ສະຖຽນລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​ໃນ​ພາກ​ພື້ນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

 
ເປີດໄລຍະໃໝ່ໃນສາຍພົວພັນລະຫວ່າງຫວຽດນາມ-ສິງກະໂປ - ảnh 2

(ພາບ:truongtansang.net)

    ກ່ຽວ​ກັບ​ໝາກຜົນການ​ຢ້ຽມຢາມ​ສິງກະ​ໂປ ຢ່າງ​ເປັນ​ທາງ​ການຄັ້ງນີ້​ຂອງທ່ານເລ ຂາທິການ​ໃຫ່ຍ Nguyen Phu Trong, ທ່ານ Hoang Binh Quan ກຳມະການ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ການ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ໃຫ້​ຮູ້​ວ່າ:

 “ການ​ຢ້ຽມຢາມ​ໄດ້​ປະສົບ​ຜົນສຳ​ເລັດ​ຢ່າງ​ຈົບງາມ. ນີ້​ແມ່ນ​ຂີດ​ໝາຍ​ແຫ່ງ​ໄລຍະ​ໃໝ່​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ, ກຳນົດ​ທິດ​ທາງ​ໃໝ່​ໃນ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ. ທີ່​ບັນດາ​ການ​ພົບ​ປະ​ເຈລະຈາ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ, ​ເຫັນ​ດີ​ເປັນ​ເອກະສັນ​ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ສູ້​ຊົນ​ເພື່ອ​ອາ​ຊຽນ ​ແຫ່ງ​ສາມັກຄີ, ສະໜິດ​ຕິດ​ພັນ, ໝັ້ນຄົງ​ເຂັ້ມ​ແຂງ. ສອງ​ຝ່າຍ​ຍັງ​ສະຫງວນ​ເວລາ​ເພື່ອ​ແລກປ່ຽນ​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ປາດ​ຖະໜາ​ຢາກ​ໃຫ້​ຝ່າຍ​ຕ່າ​ງໆ ຈະ​ແກ້​ໄຂ​ບັນຫາທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນຕິ​ວິທີ, ບົນ​ພື້ນຖານ​ເຄົາລົບ​ນັບຖື​ກົດໝາຍ​ສາກົນ“ .

 

ຂ່າວ/ບົດ​ອື່ນ